ASOKA and moukdavan

ASOKA and moukdavan

Share

08/18/2023

ກ່ອນອື່ນ ຂໍສະບາຍດີທຸກຄົນ!
ມື້ນີ້ຂ້ອຍໄດ້ມີບົດສວດສຳລັບເມຍມາຝາກຫຼາຍໆຄົນເພຶ່ອໃຜຈະນຳໄປໃຊ້ຕໍ່
#ມື້ນີ້ແມ່ນມື້ງາມຍາມດີ ແມ່ນມື້ສີວັນຊອບ ມື້ປະກອບວັນດີວັນງາມ ນ້ອງຜູ້ເປັນເມຍໄດ້ມີຂັນດອກໄມ້ມາຍົກຂື້ນພຽງຕາ ໄດ້ມີຂັນສົມມາມາຍົກຂື້ນພຽງເກົ້າເທົ່າໃສ່ຫົວ ຂໍກົ້ມກາບເພຶ່ອຂໍຂະມາຕໍ່ອົງພະຍາຜູ້ເປັນຜົວ ຖ້າຫາກວ່ານ້ອງໄດ້ເຮັດຜິດພາດພັ້ງໃດໄປ. ບໍ່ຊ່າງຢ່າງບໍ່ງາມໄດ້ປະພຶດໃນທາງທີ່ບໍ່ຊອບ ໄດ້ຕອບຖ້ອຍຖຽງຄວາມ, ທັງຕໍ່ໜ້າແລະຫລັບຫຼັງ, ທັງເຈດຕະນາແລະບໍ່ເຈດຕະນາເຮັດໃຫ້ຜົວເສຍອົກຕົກໃຈດ້ວຍຄວາມພິດພັ້ງເຫລົ່ານີ້ ມື້ນີ້ຈຶ່ງໄດ້ມາຂໍຂະມາລາໂທດຈາກຜົວ ຂໍໃຫ້ຂັນສົມມາຂັນນີ້ຈົ່ງບັງເກີດມີລິດເດດລິຊາປຽບສະເໜືອນຂວັນດວງກ້າຟ້າດວງຄົມຕັດເສຍກຳມ້າງເສນເວນແຕ່ນີ້ຕໍ່ໄປພາຍໜ້າບໍ່ໃຫ້ເມຍມີບາບ, ມີເວນ, ມີກຳ ຂໍໃຫ້ຜູ້ເປັນຜົວໂປດອະໂຫສິກຳແກ່ເມຍດ້ວຍເຖີດແລະເມຍຂໍອວຍໄຊໃຫ້ພອນຂໍໃຫ້ຜົວຈົ່ງຢູ່ດີມີແຮງ, ມີສຸຂະພາບທີ່ແຂງແຮງ ຂໍໃຫ້ຜົວຈົ່ງຈະເລີນຮຸ່ງເຮືອງດ້ວຍໜ້າທີ່ການງານ ແລະ ຂໍໃຫ້ອຸດົມສົມບູນພູນສຸກໄປດ້ວຍສັບສິນເງິນທອງໄປທຸກພົບທຸກຊາດ ອັນວ່າເງິນຄຳແກ້ວນັ້ນໃຫ້ໄຫລມາເທມາຢ່າໄດ້ຂາດ ຂໍໃຫ້ຜົວເປັນມາຫາເສດຖີ ມີມັ່ງຮັ່ງມີ ນັ່ງກິນນັ່ງທານ ໃຫ້ຢູ່ເປັນຮົ່ມໂພຮົ່ມໄຊໃຫ້ເມຍເຄົາລົບນົບໄຫວດ້ວຍເຖີດ
Mouk Moukdavanh

06/30/2023

Happy birthday to Phoumy Soutthiphone

Want your business to be the top-listed Beauty Salon in Cade?
Click here to claim your Sponsored Listing.

Telephone

Website

Address


Cade, LA
70518