SDL

SDL

แชร์

Photos from SDL's post 21/09/2021

Start up ຄົນລາວ ທຸລະກິດJ&C ງານແລະອາຊີບ MLMໄທຍ ລາວ ຄ້າປີກ,ຄ້າສົ່ງ,ແຟນຊາຍ, ຂາຍຕົງ, M-commerce & E-wallet
https://youtu.be/-EAQh9vq7ek

15/09/2021

ມາກັບປະສົບການທີ່ຈະແຊໃຫ້ອ່ານ ຫຼາຍຄົນທີ່ຢາກພັດທະນາຕັວເອງແລະໃນນັ້ນກໍ່ມີຂ້າພະເຈົ້າຄົນຫນຶ່ງ ແຕ່ກ່ອນສິອ່ານຖຶງຂັ້ນຕອນທີ່ຂ້າພະເຈົາເອງໄດ້ກ້າວອອກມາຈາກຄວາມຄິດທີ່ເປັນລົບແລະປິດກັ້ນຕົວເອງແລະບໍ່ກ້າກ້າວໄປຂ້າງຫນ້າເຮັດໃນສິ່ງທີ່ຕົວເອງຢາກເຮັດຢາກໄປນັ້ນກະມີຫຼາຍເທື່ອຫຼາຍຫົນ ຍ້ອນມີແຕ່ຄວາມຄິດລົບໆ ແລະບໍມີຄວາມຮູ້ໃນການວິເຄາະວ່າອັນໃດຄວນເຮັດຫຼຶບໍ່ຄວນ ທຳຍ້ອນປິດກັ້ນຕົວເອງຈຶ່ງເຮັດໃຫ້ໂອກາດທີ່ມີຜູ້ຄົນທີ່ເຂ້າມາແນະນຳສິ່ງທີ່ດີໆໃຫ້ ມີແຕ່ປະຕິເສດທຸກຢ່າງ ຂ້າພະເຈ້າຈຶ່ງຢາກມາແຊເຫດຜົນເລື້ອງຂອງການທີ່ເຮົາຄິດລົບຈນເກີນໄປ ໂດຍບໍໄຕ່ຕອງ ຄຳນຶງຖຶງຜົນບວກ ຈຸດປ່ຽນຂອງຂ້າພະເຈ້າເອງທີ່ເຮັດໃຫ້ຂ້າພະເຈົ້າມີແນວຄິດເປັນບວກເຂ້າມານັ້ນບອກໄດ້ເລີຍວ່າເປັນຍ້ອນໂຊຊ້ຽວຕ່າງໆນັ້ນສ່ວນຫນຶ່ງແລະບວກກັບການໄດ້ໄປເລນໄປທ່ຽວຫາໝູ່ເພື້ອນ ໄດ້ເຫັນຫຼາຍສິ່ງຫຼາຍຢ່າງແລະໄດ້ມີໂອກາດຈາກຜູ້ຄົນເຂ້າມາແນະນຳເລື້ອງລາວຕ່າງໆໃຫ້ຮູ້ໃຫ້ເຫັນໂອກາດເລົ່ານັ້ນສິບໍ່ມີໂອກາດໄດ້ຮັບຖ້າຂ້າພະເຈ້າຍັງມີແຕ່ແນວຄິດທີ່ເປັນລົບ ໂດຍສະເພາະເລື້ອງລາວທີ່ກ່ຽວກັບການຄ້າຂາຍຫຼືການເຮັດທຸລະກິດແລະອື່ນໆ ທີ່ໄດ້ຮຽນຮູ້ແລະກ້າໄດ້ເຮັດໃນສິ່ງທີ່ບໍ່ເຄີຍເຮັດການທີ່ເຮົາຄິດບວກນັ້ນມີຜົນດີຕໍ່ຕົວເອງຫຼາຍກົ່ວຄິດລບ ເຮັດໃຫ້ເຮົາໄດ້ພົບໄດ້ເຮັດສິ່ງໃໝ່ໆອີກຫຼາຍຢ່າງ..ເພາະຊະນັ້ນຈຶ່ງຢາກມາຂຽນເລື້ອງລາວຂອງການຄິດບວກແລະຄິດລົບວ່າມັນມີຄວາມແຕກຕ່າງກັນໃຫ້ອ່ານໄດ້ເຫັນພາບແລະຂໍສະລຸບບົດຂຽນພຽງແຕ່ເທົ່ານີ້ ແລະເປັນກຳລັງໃຈໃຫ້ທຸກໆຄົນ ທີ່ຢາກພັດທະນາຕົວເອງເພື່ອຝັນທີ່ຕັ້ງໄວ້ຂອງຕົນ.ແລະຂໍຂອບໃຈທີ່ອ່ານບົດນີ້ຈົນຈບ..
(ສົມດີ ບົວລະພັນ)

ต้องการให้ธุรกิจของคุณ ธุรกิจ ขึ้นเป็นอันดับหนึ่ง ร้านเสริมสวย ใน Bangkok?
คลิกที่นี่เพื่อเป็นสมาชิก?

ประเภท

เบอร์โทรศัพท์

เว็บไซต์

ที่อยู่


Bangkok
10240