GLAD

GLAD

Share

Photos from GLAD's post 19/05/2026

ໃນລະຫວ່າງວັນທີ 13-15 ພຶດສະພາ 2026 ທີ່ຜ່ານມານີ້, ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ໄດ້ຮ່ວມມືກັບ ຫ້ອງການສຶກສາທິການ ແລະ ກິລາເມືອງດາກຈຶງ ພ້ອມດ້ວຍຄູອາຈານ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນຂຶ້ນຢ່າງເບີກບານມ່ວນຊື່ນ 👧👦.

ກິດຈະກຳໃນຄັ້ງນີ້ແມ່ນຢູ່ພາຍໃຕ້ "ໂຄງການພັດທະນາການສຶກສາກ່ອນໄວຮຽນໂດຍຊຸມຊົນມີສ່ວນຮ່ວມ" ເຊິ່ງໄດ້ລົງເຄື່ອນໄຫວ ແລະ ມອບຄວາມສຸກໃຫ້ແກ່ນ້ອງໆໃນ 3 ໂຮງຮຽນ ຄື: 🏫 ໂຮງຮຽນອະນຸບານດາກບອງ, 🏫 ໂຮງຮຽນອະນຸບານຊຽງຫຼວງ ແລະ 🏫 ໂຮງຮຽນອະນຸບານດາກຕຽມ.

ບັນຍາກາດພາຍໃນງານແມ່ນເຕັມໄປດ້ວຍຄວາມຄຶກຄື້ນ ແລະ ຮອຍຍິ້ມ ໂດຍມີການສະແດງສິລະປະວັນນະຄະດີອັນໜ້າຮັກ ແລະ ສົດໃສຈາກນ້ອງໆນັກຮຽນອະນຸບານ ທີ່ໄດ້ມາສ້າງຄວາມເບີກບານມ່ວນຊື່ນ ແລະ ສະແດງຄວາມສາມາດຂອງເຂົາເຈົ້າ. ທີມງານຍັງໄດ້ຮ່ວມກັນແຈກຢາຍຂອງຂວັນໃຫ້ແກ່ນ້ອງໆ ບໍ່ວ່າຈະເປັນ ອຸປະກອນການຮຽນ, ເຄື່ອງກິລາ ແລະ ເຄື່ອງຫຼິ້ນຕ່າງໆ ເພື່ອສົ່ງເສີມພັດທະນາການ ແລະ ສ້າງບັນຍາກາດການຮຽນຮູ້ທີ່ສົດໃສໃຫ້ແກ່ເຂົາເຈົ້າ. ພ້ອມດຽວກັນນີ້, ຍັງໄດ້ມີການແຈກອຸປະກອນສຸຂາພິບານຈໍານວນໜຶ່ງ ເຊັ່ນ: ແຟັບ ແລະ ສະບູ່ ໃຫ້ແກ່ພໍ່ແມ່ຜູ້ປົກຄອງທີ່ມາຮ່ວມກິດຈະກໍາວັນເດັກນ້ອຍນໍາອີກດ້ວຍ.

ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ທຸກຄົນມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງໃນການສົ່ງເສີມການສຶກສາກ່ອນໄວຮຽນ ແລະ ສ້າງຮອຍຍິ້ມໃຫ້ກັບອະນາຄົດຂອງຊາດ. 💖

From May 13–15, 2026, the German-Lao Association for Development, in collaboration with the Dakcheung District Education and Sports Office and local teachers, joyfully organized activities to celebrate International Children's Day 👧👦.

These activities were held under the "Community-Based Early Childhood Education Development Project," bringing joy and smiles to children across three schools: 🏫 Dakbong Kindergarten, 🏫 Xianglouang Kindergarten, and 🏫 Daktiem Kindergarten.

The atmosphere was filled with excitement and smiles, highlighted by adorable and lively cultural performances by the kindergarten students, who showcased their talents and brought joy to everyone present. The team distributed various gifts to the children, including school supplies, sports equipment, and toys, to support their development and create a bright, vibrant learning environment. At the same time, hygiene supplies such as detergent and soap were also distributed to the parents who attended the event.

The German-Lao Association for Development and all stakeholders are immensely proud to contribute to early childhood education and to bring smiles to the future of the nation. 💖

#ເມືອງດາກຈຶງ #ແຂວງເຊກອງ #ວັນເດັກນ້ອຍສາກົນ

Want your organization to be the top-listed Government Service in Vientiane?
Click here to claim your Sponsored Listing.

Telephone

Address


Vientiane
0103

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00