T4D-Trade for Development
ການເລີ່ມຕົ້ນທຸລະກິດໃນ ສປປ ລາວ ຈະບໍ່ມີຄວາມຫຍຸ້ງຍາກອີກຕໍ່ໄປ. ຂໍເຊີນທ່ານຮັບຊົມວິດີໂອ ອະທິບາຍຂັ້ນຕອນ ແລະ ວິທີການແຈ້ງຂຶ້ນທະບຽນວິສາຫະກິດ ທີ່ເຮັດໃຫ້ທ່ານສາມາດເລີ່ມຕົ້ນທຸລະກິດ ໄດ້ຢ່າງງ່າຍດາຍ.
Starting a business in Lao PDR has never been simpler! Check out this quick video to see how easy it is to get started.
30/12/2024
ເລີ່ມຕົ້ນທຸລະກິດຂອງທ່ານໃນມື້ນີ້ໄດ້ເລີຍ ເຊິ່ງຂັ້ນຕອນແຈ້ງຂຶ້ນທະບຽນວິສາຫະກິດ ທີ່ງ່າຍດາຍ ມີດັ່ງນີ້:
1. ຍື່ນຄຳຮ້ອງ ແລະ ເອກະສານປະກອບ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ນຳຂະແໜງອຸດສາຫະກຳ ແລະ ການຄ້າ ລວມທັງເຂດ ເສດຖະກິດພິເສດ ບ່ອນທີ່ສຳນັກງານຕັ້ງຢຸ່.
2. ເຈົ້າໜ້າທີ່ທະບຽນວິສາຫະກິດ ຈະກວດສອບຄວາມຖືກຕ້ອງຂອງເອກະສານ ພາຍໃນ 1 ຊົ່ວໂມງ ເທົ່ານັ້ນ.
3. ພາຍຫຼັງເອກະສານຄົບຖ້ວນ ແລະ ຖືກຕ້ອງ ເຈົ້າໜ້າທີ່ ທະບຽນວິສາຫະກິດຈະອອກໃບທະບຽນ ວິສາຫະກິດພາຍໃນສາມວັນລັດຖະການ ເຊິ່ງ ໃບທະບຽນວິສາຫະກິດຈະມີຕົວເລກປະຈຳຕົວຜູ້ເສຍ ອາກອນພ້ອມເລີຍ.
ການແຈ້ງຂຶ້ນທະບຽນວິສາຫະກິດບໍ່ຍາກເລີຍ. ທ່ານສາມາດດາວໂຫຼດ ແບບພິມ ແລະ ເອກະສານແຈ້ງຂຶ້ນ ທະບຽນວິສາຫະກິດ ໄດ້ທີ່: www.ned.moic.gov.la
Start your business in Lao PDR today! Here's how simple it is to register your enterprise:
1. Submit your completed application and supporting documentation to the enterprise registrar at the industry and commerce sector, including the Special Economic Zones where your company is located.
2.The registrar will review your documents within one hour.
3. If your documents are complete and accurate, the registrar will issue your enterprise registration certificate and Taxpayer Identification Number (TIN) within working 3 days.
It's that easy! Visit www.ned.moic.gov.la to download the necessary forms and learn more.
19/12/2024
ພວກເຮົາມີຂ່າວດີ ສຳລັບຜູ້ປະກອບການ ແລະ ຜູ້ທີ່ຢາກເລີ່ມຕົ້ນທຸລະກິດ!
ສປປ ລາວໄດ້ປັບປຸງການເລີ່ມຕົ້ນທຸລະກິດໃຫ້ມີຄວາມງ່າຍດາຍຂຶ້ນ ເຊິ່ງໄດ້ຫຼຸດລົງຂັ້ນຕອນການເລີ່ມຕົ້ນຈາກ 9 ເຫຼືອ 1 ຂັ້ນຕອນ ແລະ ໄລຍະເວລາຫຼຸດລົງຈາກ 173 ວັນ ເຫຼືອ 3 ວັນລັດຖະການ. ຕັດຂັ້ນຕອນທີ່ຫຍຸ້ງຍາກ ຈະເຮັດໃຫ້ທ່ານສາມາດເລີ່ມຕົ້ນທຸລະກິດຂອງທ່ານເວລາສັ້ນໆໄດ້.
Exciting news for entrepreneurs! Lao PDR has simplified starting a business process from 9 steps to just 1, and from 173 days to only 3 working days. Cut through the red tape and you will get your enterprise registration in a short time and start your business journey today!
Click here to claim your Sponsored Listing.
Category
Contact the organization
Telephone
Website
Address
Phonexay Road
Vientiane
Opening Hours
| Monday | 08:00 - 16:00 |
| Tuesday | 08:00 - 16:00 |
| Wednesday | 08:00 - 16:00 |
| Thursday | 08:00 - 16:00 |
| Friday | 09:00 - 17:00 |