Toukta's Kitchen

Toukta's Kitchen

Share

24/12/2022

ວັນອາທິດແມ່ຄ້າງົດສົ່ງເຄື່ອງນາ
ສຳຫລັບໃຜໂອນມື້ນີ້ມື້ອື່ນຕອນເຊົ້າແມ່ຄ້າຮີບເຄລຍໃຫ້
ມື້ອື່ນແມ່ນຮັບຍອດປົກະຕິ ແຕ່ຈະຝາກໃຫ້ວັນຈັນເດີ້
ຂອບໃຈລູກຄ້າທີອຸດຫນຸນຈຣາ

#ຄົວຕຸກຕາ

Photos from Toukta's Kitchen's post 24/10/2021

ສະບາຍດີ ❗ 📢📢📢📢📢

ມື້ນີ້ Toukta's Kitchen ຈະມາແບ່ງປັນສູດເຂົ້າຫນົມມັນຕົ້ນ ສູດບໍ່ປະສົມແປ້ງ ❗
ບອກໄດ້ເລີຍວ່າໂຄດງ່າຍຍ

ເລີ່ມຕົ້ນເຮົາມາຕຽມວັດຖຸດິບນຳກັນກ່ອນເລີຍ 👇👇👇👇

+ ວັດຖຸດິບ

- ມັນຕົ້ນ 1 kg
- ນໍ້າຕົ້ມໃບເຕີຍ ຫລື ນໍ້າດື່ມ 1ຖ້ວຍ
- ນໍ້າຕານ 300g (ມັກຫວານເພີ່ມໄດ້)
- ເກືອ ເຄິ່ງບ່ວງຊາ
- ຫມາກພ້າວຂູດ 1ຫນ່ວຍ

+ ຂັ້ນຕອນການເຮັດ

- ນໍາມັນຕົ້ນມາປອກ ແລະ ລ້າງໃຫ້ສາອາດ ຫລັງຈາກນັ້ນນຳມາຜ່າເອົາແກນທາງກາງອອກ ແລະ ຊອຍໃຫ້ນ້ອຍ
- ນຳມັນຕົ້ນ ນໍ້າຕົ້ມໃບເຕີຍ ນໍ້າຕານ ເກືອ ປັ່ນປະສົມກັນ
- ເທໃສ່ພາຊະນະ ແລະ ນຳໄປຫນື້ງປະມານ 40-45 ນາທີ ຫລື ຈົນກ່ວາຈະສຸກ
- ນຳມາພັກຈົນເຢັນ ແລະ ຕັດເປັນຕ່ອນຕາມໃຈມັກ ຫລັງຈາກນັ້ນກໍ່ນຳໄປຄຸກກັບຫມາກພ້າວຂູດທີເຮົາຕຽມໄວ້ໄດ້ເລີຍ .😍

ພຽງທໍ່ນີ້ເຮົາກໍ່ໄດ້ຂະຫນົມມັນຕົ້ນແຊບໆໄວ້ກິນແລ້ວ ໂຄດດດງ່າຍ ວັດຖຸດິບພຽງແຕ່ 2-3ຢ່າງ ກໍ່ສາມາດເຮັດໄດ້ແລ້ວ



#ເຂົ້າຫນົມມັນຕົ້ນ

27/09/2021

Zap Zoiy

Want your business to be the top-listed Business in Vientiane?
Click here to claim your Sponsored Listing.

Category

Website

Address


Vientiane