N-GEN Progress
06/12/2025
ຄິດຮອດ YouthShaperz ກັນບໍ່ທຸກຄົນນນນນ~~~!! 📣
🤩 ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍຈະໄດ້ບອກໃຫ້ທຸກຄົນຮູ້ວ່າທາງພວກເຮົາກຳລັງຈະເປີດຮັບຜູ້ເຂົ້າຮ່ວມໃນ workshop ຊື່ວ່າ:
"Understanding Ourselves, Supporting Each Other" ຫຼື "ຮູ້ຈັກຕົວເອງເພື່ອສ້າງສຸຂະພາບຈິດທີ່ດີຮ່ວມກັນ". 🌟
ເຊິ່ງເປັນງານທີ່ເປີດພື້ນທີ່ໃຫ້ໄວໜຸ່ມໄດ້ມາໂອ້ລົມ ແລະ ແລກປ່ຽນປະສົບການດ້ານສຸຂະພາບຈິດຮ່ວມກັນ 🪴 ✨
🌟ສິ່ງທີ່ຜູ້ເຂົ້າຮ່ວມຈະໄດ້ຮັບ:
✅ ພື້ນຖານຂອງສຸຂະພາບຈິດ, ຄວາມຄຽດ, ອາລົມຂອງຕົວເອງ;
✅ ທັກສະພື້ນຖານໃນການດູແລສຸຂະພາບຈິດແລະ ການຊ່ວຍເຫຼືອໝູ່ຄົນອື່ນ;
✅ ໄດ້ລອງຝຶກການຊ່ວຍເຫຼືອແກ່ຜູ້ອື່ນທີ່ກຳລັງພົບກັບບັນຫາສຸຂະພາບຈິດ
✅ ໄດ້ຮູ້ຈັກ ແລະ ພົບປະກັບຜູ້ເຂົ້າຮ່ວມທີ່ສົນໃຈໃນເລື່ອງດຽວກັນ;
🌟ເງື່ອນໄຂຜູ້ເຂົ້າຮ່ວມ:
✅ ໄວໜຸ່ມລາວອາຍຸລະຫວ່າງ 15-25 ປີ ບໍ່ຈຳກັດເພດ!
✅ ໄວໜຸ່ມທີ່ມີຄວາມສົນໃຈ ຫຼື ກຳລັງພົບພໍ້ກັບບັນຫາດ້ານສຸຂະພາບຈິດ;
✅ ຜູ້ທີ່ຢາກພັດທະນາຕົນເອງ ແລະ ຢາກຫາປະສົບການໃໝ່ໆ;
✅ ຜູ້ທີ່ສາມາດເຂົ້າຮ່ວມງານຕາມໄລຍະເວລາທີ່ກຳນົດໄວ້.
ລາຍລະອຽດຂອງວັນ ແລະ ເວລາຈະມີດັ່ງນີ້:
🗓️ ວັນທີ: 21 ທັນວາ 2025
⏰ ເວລາ: 13:00-16:00
📍ສະຖານທີ່: ສູນສ້າງສັນຄວາມໝັ້ນໃຈໄວໜຸ່ມ, YC Academy (ບ້ານສະພັງເມິກ, ຕໍ່ໜ້າໂຮງຮຽນ ມສ ສາທິດ) https://maps.app.goo.gl/8yQbHNTzuao1mosZ6?g_st=iw
✨ພິເສດ: ເຂົ້າຮ່ວມຟຣີ ຮັບຈຳນວນຈຳກັດ (ຄັດຕາມແບບຟອມ), ມີນ້ຳດື່ມ ແລະ ອາຫານຫວ່າງໃຫ້ພ້ອມ!!
➡️ ຖ້າທ່ານສົນໃຈ, ສາມາດສະໝັກໄດ້ເລີຍທີ່: https://forms.gle/UKxx8wV5zynoXPbf6
⛔️ ປິດຮັບສະໝັກ: 15 ທັນວາ 2025 (23:00)
☎️ ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
🔹 Facebook: YouthShaperz
🔹 Email : [email protected]
🔹 WhatsApp: +8562055390007 ( Khamlar Veeluangchan )
ຢ່າລືມສະໝັກເຂົ້າມາຮ່ວມກັນເດີ ແລະ ຂໍໃຫ້ທຸກຄົນໂຊກດີ, ຂໍຂອບໃຈ 😊❤
29/10/2025
[YouthShaperz ບອກຕໍ່ 🗣️]
ມາແລ້ວວວ ໂອກາດເຂົາເປັນສ່ວນໜຶ່ງຂອງ Dāna Education Laos!! 🎉 ເຮັດຈົບ ພ້ອມໄດ້ "ຮັບໃບຢັ້ນຢືນ"ຈາກ Dāna Education ນຳອີກ!!!! 🥳🤩
🧩 Dāna Education Laos ເປັນກຸ່ມອາສາສະໝັກໄວໜຸ່ມທີ່ມີເປົ້າໝາຍຢາກເຮັດໃຫ້ການສຶກສາມີຄວາມເທົ່າທຽມ ແລະ ເຂົ້າເຖິງໄດ້ສຳຫຼັບທຸກຄົນ ໂດຍສະເພາະແມ່ນໄວໜຸ່ມ ໂດຍພວກເຮົາຈະມີການຈັດສາແຫຼ່ງຂໍ້ມູນ ແລະ ຈັດງານ Workshop, Panel discussion ແລະກິດຈະກຳອື່ນໆ ທີ່ສະໜັບສະໜຸນການຮຽນຮູ້ ແລະ ການມີສ່ວນຮ່ວມ
ມີຕຳແໜ່ງໃຫ້ເລືອກດັ່ງນີ້:
1. ຜູ້ດຳເນີນກິດຈະກຳ (Facilitator)
2. ຜູ້ສ້າງຄອນເທັ້ນ (Content Creator)
3. ຜູ້ຖ່າຍວິດີໂອ ແລະ ຕັດຕໍ່ວິດີໂອ (Videographer)
4. ຜູ້ຖ່າຍຮູບ ແລະ ອອກແບບໂພສເຕີ (Graphic Designer)
ສິ່ງທີ່ນ້ອງໆ ຈະໄດ້ຮັບເມື່ອມາເປັນສ່ວນໜຶ່ງກັບດານ້າ:
🌱 ໄດ້ຮຽນຮູ້ການເຮັດວຽກເປັນທີມ
🌱 ໄດ້ປະສົບການໃນການເຮັດວຽກອາສາສະໝັກ ແລະ ເປັນຄົນກ້າເວົ້າ, ກ້າສະແດງອອກຫຼາຍຂຶ້ນ
🌱 ຮຽນຮູ້ການກະກຽມ ແລະ ຈັດງານກິດຈະກຳ ໄດ້ຮັບເຝິກທັກສະການສື່ສານ ແລະ ການບໍລິຫານເວລາ
🌱 ໄດ້ພົບປະກັບໝູ່ເພື່ອນ ແລະ ຜູ້ມີປະສົບການ
🌱 ໄດ້ຮັບເຄື່ອຂ່າຍທີ່ສະໜັບສະໜຸນທຸກໆ ການເຕີບໃຫຍ່ໄປນຳກັນ
🥇 ໃບຢັ້ນຢືນການເປັນອາສາສະໝັກ
🪴 ເງື່ອນໄຂໃນການສະໝັກ:
✅ ມີເວລາວ່າງໃນການຮ່ວມກິດຈະກຳ ໂດຍສະເພາະວັນເສົາ ຢ່າງໜ້ອຍ 5 ຊົ່ວໂມງຕໍ່ອາທິດ
✅ ອາຍຸ 15 ຫາ 25 ປີ
✅ ມີຄວາມກະຕືລືລົ້ນ ຢາກພັດທະນາຕົນເອງ ແລະ ພ້ອມຮຽນຮູ້
✅ ມີຄວາມຮັບຜິດຊອບ ສາມາດເຮັດກິດຈະກຳນຳພວກເຮົາຢ່າງຕ່ຳ 6 ເດືອນ ຕັ້ງແຕ່ເດືອນ-ທັນວາ 2025 ຫາ ມິຖຸນາ 2026
✅ ຕ້ອງອາໄສຢູ່ທີ່ ນະຄອນຫຼວງວຽງຈັນ
ຂະບວນການຄັດເລືອກມີດັ່ງນີ້:
1. ຄັດເລືອກແບບຟອມ
2. ຮອບເຮັດກິດຈະກຳຜ່ານ Workshop (ສຳລັບຜູ້ຖຶກຄັດເລືອກ)
3. ຮອບສຳພາດ (ສຳລັບຜູ້ຖຶກຄັດເລືອກ)
ຟ້າວສະໝັກກັນເຂົ້າມາສ້າງການປ່ຽນແປງໃນຊຸມຊົນໄປນຳກັນ
ສະມັກໄດ້ແລ້ວທີ່ລິ້ງ https://forms.gle/3KBfiE3nHgcG98Bt9
ຕັ້ງແຕ່ມື້ນີ້ ຈົນເຖິງ ວັນທີ 6 ພະຈິກ 2025
05/08/2025
Great opportunity der thouk khn!!
Hello everyone 👋🏻~~
🎊 ເປີດສາກຂຶ້ນແລ້ວ ການຮ່ວມມືຄັ້ງທຳອິດລະຫວ່າງ NOVA 101 Club ແລະ YouthShaperz
ມື້ນີ້ທາງພວກເຮົາມີຂ່າວດີຈະບອກ! ໃນໄວໆນີ້ພວກເຮົາກຳລັງຈະຮ່ວມຈັດຝຶກອົບຮົມຫົວຂໍ້ສຸດພິເສດພາຍໃຕ້ຫົວຂໍ້ "Leadership as an Introvert - ການເປັນຜູ້ນຳສະບັບອິນໂທຣເວີດ” ໃຫ້ໄວໜຸ່ມໄດ້ມາຮ່ວມນຳກັນ!!
🌟ກິດຈະກຳນີ້ເໝາະສຳລັບ
✅ ໄວໜຸ່ມອາຍຸລະຫວ່າງ 15-25 ປີ (ໂດຍສະເພາະຄົນທີ່ເປັນອິນໂທຣເວີດ)
✅ ໄວໜຸ່ມທີ່ມີຄວາມສົນໃຈໃນເລື່ອງການພັດທະນາທກສັກພາວະພາວະຜູ້ນຳແບບເບື້ອງຕົ້ນ .
✅ ໄວໜຸ່ມທີ່ຢາກພັດທະນາຕົນເອງ ແລະ ຢາກຫາປະສົບການໃໝ່ໆ.
✅ ໄວໜຸ່ມທີ່ສາມາດເຂົ້າຮ່ວມງານຕາມເວລາທີ່ກຳນົດ.
➡️ ຖ້າໝູ່ເພື່ອນສົນໃຈ, ສາມາດສະໝັກໄດ້ທີ່:
https://docs.google.com/forms/d/e/1FAIpQLScWJctvnMYz8na41rS0sG6pfUv18duAmzTdU4LgdcGouYHTeA/viewform?usp=dialog
✨ພິເສດກິດຈະກຳນີ້ເຂົ້າຮ່ວມໄດ້ຟຣີ!
⛔️ ປິດຮັບສະໝັກ: ວັນທີ 7 ສິງຫາ ເວລາ: 23:59 (ຮັບພຽງ 25 ຄົນເທົ່ານັ້ນ)
🌟ສິ່ງທີ່ຜູ້ເຂົ້າຮ່ວມຈະໄດ້ຮັບ:
✅ ຄວາມຮູ້ພື້ນຖານກ່ຽວກັບການເປັນຜູ້ນຳສະບັບອິນໂທຣເວິດ
✅ ໄດ້ມີກິດຈະກຳສົນທະນາ, ລະດົມຄວາມຄິດເຫັນ ແລະ ຝຶກການເປັນຜູ້ນຳສະບັບອິນໂທຣເວີດກັບຜູ້ເຂົ້າຮ່ວມຄົນອື່ນ.
✅ ໄດ້ຊອກຫາຈຸດດີ ແລະ ຈຸດອ່ອນຂອງຕົວເອງ
✅ ໄດ້ຮູ້ຈັກ ແລະ ພົບປະກັບຜູ້ເຂົ້າຮ່ວມທີ່ສົນໃຈໃນເລື່ອງດຽວກັນ.
✅ ໄດ້ຮັບໃບຢັ້ງຢືນອີເລັກໂທຣນິກ (E-Certificate) ຈາກ YouthShaperz ຫຼັງຈາກເຂົ້າຮ່ວມຈົນຈົບງານ.
✅ ມີອາຫານຫວ່າງໃຫ້ຜູ້ເຂົ້າຮ່ວມ (ສ່ວນອາຫານທ່ຽງ ຜູ້ເຂົ້າຮ່ວມຕ້ອງໄດ້ກຸ້ມຕົວເອງ)
🗓️ ວັນທີ: 09/08/2025
⏰ ເວລາ: 08:30-15:30
📍ສະຖານທີ່: STELLA training center (ບ້ານຫັດສະດີ )
https://maps.app.goo.gl/Nxrap6eHZBS7dShW8
☎️ ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
+856 20 28 035 673 (ເເບ້ງ)
ແລ້ວພົບກັນເດີທຸກຄົນ ແລະ ຂໍໃຫ້ທຸກຄົນໂຊກດີ, ຂໍຂອບໃຈ 😊
18/07/2025
🤩🤩
18/07/2025
Great opportunity!!!
27/04/2025
Great Opportunity!
ປະກາດ ປະກາດ ໂຄງການຂອງພວກເຮົາເປີດຮັບຜູ້ເຂົ້າຮ່ວມແລ້ວ!! 📣
🤩 ພວກເຮົາຮູ້ສຶກຕື່ນເຕັ້ນເປັນຢ່າງຍິ່ງທີ່ຈະໄດ້ປະກາດໃຫ້ທຸກຄົນໄດ້ຊາບວ່າ ທາງ YouthShaperz ຂອງພວກເຮົາໄດ້ເປີດຮັບຜູ້ເຂົ້າຮ່ວມໂຄງການທຳອິດຂອງພວກເຮົາຊື່ວ່າ:
"Mental Health Changemakers" ຫຼື "ໄວໜຸ່ມຜູ້ສ້າງການປ່ຽນແປງດ້ານສຸຂະພາບຈິດ". 🌟
ພາຍໃຕ້ການສະໜັບສະໜູນຈາກ UNICEF ປະຈຳ ສປປ ລາວ ແລະ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຜ່ານໂຄງການ Youth Champions Laos ເພື່ອດຳເນີນໂຄງການຝຶກອົບຮົມ 'ຟຣີ' ໃຫ້ກັບໄວໜຸ່ມຜູ້ທີ່ມີຄວາມສົນໃຈ ແລະ ມີຄວາມຕ້ອງການທີ່ຈະສ້າງຄວາມປ່ຽນແປງທາງດ້ານສຸຂະພາບຈິດໃນຊຸມຊົນຂອງຕົນເອງ. ພ້ອມກັບການສະໜັບສະໜູນດ້ານສະຖານທີ່ຈາກ ສູນ American Center Vientiane ແລະ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ 🪴 ✨
♦️ ໂດຍໂຄງການຂອງພວກເຮົາຈະຈັດຝຶກອົບຮົມເປັນເວລາ 4 ມື້ດ້ວຍກັນ ເຊິ່ງປະກອບດ້ວຍຫົວຂໍ້ສຸຂະພາບຈິດທີ່ສຳຄັນຕ່າງໆດັ່ງຕໍ່ໄປນີ້:
- ຄວາມຮູ້ພື້ນຖານກ່ຽວກັບສຸຂະພາບຈິດ
- ບັນຫາສຸຂະພາບຈິດຕ່າງໆທີ່ພວກເຮົາມັກພົບ
- ການເຮັດແບບປະເມີນສູຂະພາບຈິດຕົວເອງ
- ວິທີຈັດການຄວາມຄຽດຂອງຕົວເອງ
- ການຮຽນຮູ້ທາງອາລົມ ແລະ ສັງຄົມ (ຄວາມແຕກຕ່າງທາງສັງຄົມ)
- ການຊ່ວຍເຫຼືອທາງຈິດຕະວິທະຍາເບື້ອງຕົ້ນ
- ການສ້າງພື້ນທີ່ປອດໄພໃນກຸ່ມໝູ່ເພື່ອນ, ຄອບຄົວ ແລະ ບ່ອນເຮັດວຽກ.
- ການຝຶກເປັນຜູ້ຟັງທີ່ດີ
- ການຝຶກຄວາມເຂັ້ມແຂງທາງຈິດໃຈ
- ທິດສະດີ ແລະ ການຝຶກເປັນຜູ້ໃຫ້ຄຳປຶກສາ
- ການວາງແຜນສຸກເສີນເພື່ອຮັບມືກັບເລື່ອງສຸຂະພາບຈິດ
- ການຮຽນຂຽນບົດສະເໜີໂຄງການ (Proposal) ເພື່ອຂໍທຶນມາດຳເນີນໂຄງການ
ເປັນຕົ້ນ.
🌟ສິ່ງທີ່ຜູ້ເຂົ້າຮ່ວມຈະໄດ້ຮັບເພີ່ມເຕີມ:
✅ ໄດ້ຝຶກຈຳລອງການເປັນຜູ້ຟັງທີດີ ແລະ ການເປັນຜູ້ໃຫ້ຄຳປຶກສາ
✅ ໄດ້ຫລິ້ນກິດຈະກຳແລກປ່ຽນຄວາມຮູ້, ຄວາມຄິດເຫັນ ແລະ ລະດົມສະໝອງກັບຜູ້ເຂົ້າຮ່ວມຄົນອື່ນ;
✅ ໄດ້ຮູ້ຈັກ ແລະ ພົບປະກັບຜູ້ເຂົ້າຮ່ວມທີ່ສົນໃຈໃນເລື່ອງດຽວກັນ;
✅ ໄດ້ສົນທະນາແລກປ່ຽນປະສົບການກັບແຂກສຸດພິເສດທີ່ຈະມາສຳມະນາ ແລະ ແບ່ງປັນປະສົບການໃນງານຄັ້ງນີ້;
✅ ໄດ້ລອງຝຶກຂຽນບົດສະເໜີໂຄງການດ້ວຍຕົວເອງ
✅ ໄດ້ຮັບໃບຢັ້ງຢືນຈາກໂຄງການພວກເຮົາ ຫຼັງຈາກເຂົ້າຮ່ວມຈົນຈົບງານ.
🌟ເງື່ອນໄຂຜູ້ເຂົ້າຮ່ວມ:
✅ ໄວໜຸ່ມລາວອາຍຸລະຫວ່າງ 15-25 ປີ ບໍ່ຈຳກັດເພດ!
✅ ໄວໜຸ່ມທີ່ມີຄວາມສົນໃຈໃນການພັດທະນາ ຫຼື ສ້າງການປ່ຽນແປງໃນສັງຄົມ;
✅ ຜູ້ທີ່ຢາກພັດທະນາຕົນເອງ ແລະ ຢາກຫາປະສົບການໃໝ່ໆ;
✅ ຜູ້ທີ່ສາມາດເຂົ້າຮ່ວມງານຕາມໄລຍະເວລາທີ່ກຳນົດໄວ້.
ລາຍລະອຽດຂອງວັນ ເວລາຈະມີດັ່ງນີ້:
🗓️ ວັນທີ:
- 10 ພຶດສະພາ 2025 ຈັດທີ່ ສູນ American Center Vientiane (ທາດດຳ)
- 17, 24, 31 ພຶດສະພາ 2025 ຈັດທີ່ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ
⏰ ເວລາ: 08:30-16:00
📍ລິ້ງສະຖານທີ່:
- ສູນ ACT ທາດດຳ : https://maps.app.goo.gl/gBPFAFAypgBqux2h9
- ຄະນະສຶກສາສາດ ມຊ : https://maps.app.goo.gl/cKVvBMLGr5qbDbLr6...
✨ພິເສດ: ເຂົ້າຮ່ວມຟຣີ ຮັບພຽງ 40 ຄົນ ເທົ່ານັ້ນ (ຄັດຕາມແບບຟອມ), ມີອາຫານທ່ຽງ, ນ້ຳດື່ມ ແລະ ອາຫານຫວ່າງໃຫ້ພ້ອມ!!
➡️ ຖ້າທ່ານສົນໃຈ, ສາມາດສະໝັກໄດ້ທີ່:
https://forms.gle/uSa5bZbLLtCa5hfc8
⛔️ ປິດຮັບສະໝັກ: 07 ພຶດສະພາ 2025 (17:00)
☎️ ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
🔹 Facebook: YouthShaperz
🔹 Email : [email protected]
🔹 WhatsApp: +8562055390007 ( ຄຳຫລ້າ )
ຢ່າລືມສະໝັກເຂົ້າມາຮ່ວມກັນເດີ ແລະ ຂໍໃຫ້ທຸກຄົນໂຊກດີ, ຂໍຂອບໃຈ 😊❤
UNICEF Laos I ຄະນະສຶກສາສາດ, ມຊ Faculty of Education, NUOL I American Center Vientiane I ພາກວິຊາຈິດຕະວິທະຍາ Department of Psychology I Youth Confidence ພັດທະນາຄວາມໝັ້ນໃຈໃນໄວໜຸ່ມ
Click here to claim your Sponsored Listing.
Category
Contact the organization
Website
Address
Vientiane
01000
Opening Hours
| Monday | 09:00 - 21:30 |
| Tuesday | 08:00 - 21:30 |
| Wednesday | 08:00 - 21:30 |
| Thursday | 08:00 - 21:30 |
| Friday | 08:00 - 21:30 |
| Saturday | 08:00 - 17:00 |
| Sunday | 08:00 - 17:00 |