NLP Power Coach
22/07/2020
ຄວາມລຳ້ລວຍຈຳເປັນ ແລະ ພໍພຽງ ຕໍ່ຊີວິດທີ່ມີຄວາມສຸກບໍ ? ຫຼັງຈາກອ່ານໂພດສນີ້ຈົບເຈົ້າຈະໄດ້ຮຽນຮູ້ກ່ຽວກັບແມ່ນຫຍັງຄືສິ່ງ ຈຳເປັນ ແລະ ພຽງພໍ ຕໍ່ສິ່ງໃດໜຶ່ງໃຫ້ເກີດຂຶ້ນ, ດ້...
ບາງທີເຈົ້າອາດຈະຄິດວ່າປີນີ້ເປັນປີທີລົ້ມເຫຼວ ຫຼື ເຈົ້າອາດຈະຄິດວ່າມັນເປັນໂອກາດໃໝ່, ໂອກາດຄັ້ງທີ2 ທີ່ຈະກໍານົດວ່າແມ່ນຫຍັງສໍາຄັນທີສຸດໃນຊີວິດຂອງເຈົ້າ ?
ຫຼື ເມື່ອທຸກສິ່ງທຸກຢ່າງເເຕກເເຍກ ເຈົ້າຖືກທ້າທາຍໃຫ້ສ້າງມັນຂຶ້ນມາໃໝ່.
ສ້າງວິໄສທັດໃຫ້ກັບຊີວິດສ່ວນຕົວ,ທຸລະກິດ, ຄວາມສໍາພັນ. ໃຫ້ໄດ້ຢູ່ໃກ້ກັບຄົນທີຕົນຮັກ, ປັບຕົວເຂົ້າກັບສັງຄົມ ແລະ ຮຽນຮູ້ທີຈະຄວບຄຸມຕົວເອງໃຫ້ກ້າວໜ້າ.
ບາງທີຄວາມໝາຍຂອງມັນອາດຈະເປັນການເລືອກທີ່ຈະມີຄວາມສຸກ ແລະພູມໃຈກັບສິ່ງທີ່ຕົນມີ
ບາງທີນີ້ແມ່ນຊ່ວງເວລາທີ່ດີທີ່ສຸດສຳລັບເລີ່ມຕົ້ນທຸກສິ່ງທຸກຢ່າງໃໝ່
ເມື່ອໂອກາດນັ້ນມາເຖິງ ຕັ້ງໃຈກ້າຫານ ແລະ ຮູ້ສຶກຂອບໃຈ, ເມື່ອເຈົ້າຮູ້ແບບນີ້ ເຈົ້າຈະສາມາດອອກໄປຂ້າງນອກເຮັດໃນສິ່ງທີ່ເຈົ້າຕ້ອງການ ແລະບໍ່ເຄີຍເສຍໃຈໃຫ້ມັນ.,
01/07/2020
ເຈົ້າຢາກຮູ້ວິທີປ່ຽນແປງຄວາມຍາກລໍາບາກໃນຊີວິດບໍ?ນີ້ແມ່ນວິທີ👇:
ນີ້ແມ່ນການປ່ຽນແປງຂອງສິ່ງໃດສິ່ງໜຶ່ງທີເປັນເລື່ອງຍາກ ເອົາເປັນວ່າສິ່ງໃໝ່ໆທີຈະເຮັດເປັນເລື່ອງຍາກ ເມື່ອຂ້ອຍຄິດເຖິງເວລາຈະເລີ່ມຕົ້ນທຸລະກິດໃໝ່ກະບໍ່ຮູ້ວ່າຕ້ອງໄດ້ເຮັດຫຍັງເເດ່ ເຮັດແນວໃດ ເເລະຍັງບໍ່ມີຄວາມສາມາດກັບສິ່ງນັ້ນ, ຖ້າເລີ່ມເເລ້ວມັນບໍ່ວໍາເລັດເດ ? ບໍ່ກ້າວໜ້າເດ ? ແລ້ວຂ້ອຍຈະຕ້ອງເຮັດວຽກໜັກຫຼາຍໆຊົ່ວໂມງ ທຸກໆມື້ ເປັນເວລາຢ່າງໜ້ອຍ 3 ປີ, ຂ້ອຍອາດຈະບໍ່ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອໃດໆ ອາດຈະຕ້ອງເຮັດທຸກຢ່າງຄົນດຽວ, ຍ້ອນມັນຍາກຫຼາຍຄົນຈຶ່ງບໍ່ປ່ຽນແປງ.
ມັນເປັນສິ່ງດຽວກັນສໍາລັບຄົນຕ້ອງການຢາກມີສຸຂະພາບດີ ຢາກລົດຫຸ່ນ ເຂົາກໍາລັງລໍາບາກຕໍ່ການອົດອາຫານ ໄປອອກຕະຫຼາດຊອກຊື້ອາຫານສົດໆ ຮຽນວິທີເເຕ່ງກິນ ປຸງລົດຊາດໃໝ່ໆ ໄດ້ອອກໄປສ້າງສັນກັບໝູ່ໜ້ອຍລົງ ຕ້ອງໄດ້ອອກກໍາລັງກາຍ 3-4 ຄັ້ງຕໍ່ອາທິດ ມັນຊິຍາກຊໍາໃດ.
ເເຕ່ຖ້າເຮົາເຫັນການປ່ຽນແປງເປັນເກມຮຽນຮູ້ທີ່ຈະເຫັນທ້າທາຍ ຮຽນຮູ້ທີຈະສ້າງຄວາມມ່ວນຊື່ນ ຕື່ນເຕັ້ນກັບການເຮັດສິ່ງໃໝ່ໆ ມັນນໍາຄວາມຫຼາກຫຼາຍມາ ແລະ ໃຫ້ລົດຊາດກັບຊີວິດ.
ເມື່ອເຮົາຈິນຕະນາການເຖິງຜົນໄດ້ຮັບ ແລະ ຜົນບວກຕາມມາ, ເຮັດໃຫ້ມັນດີຂຶ້ນ, ພໍໃຈ, ເຕີມເຕັມ ແລະ ມີຄວາມສຸກກວ່າເກົ່າຖ້າເຮົາປ່ຽນມັນ.
ເມື່ອຂ້ອຍເລີ່ມທຸລະກິດຂ້ອຍຈະສາມາດເລີ່ມຕົ້ນມີອິດສະຫຼະພາບ ຈະບໍ່ຕ້ອງກັງວົນກັບລາຍຮັບປະຈໍາອີກຕໍ່ໄປ.
ເມື່ອຂ້ອຍເລິ່ມຕົ້ນອອກກໍາລັງກາຍ ຊອກອາຫານດີໆ ແຊບກວ່າເກົ່າເພາະບໍ່ໄດ້ກິນອາຫານດີໆມາດົນເເລ້ວ ຂ້ອຍກະຊິອອກໄປຫຼິ້ນນໍາໝູ່ດ້ວຍສຸຂະພາບເຂັ້ມແຂງກວ່າ ນຸ່ງເຄື່ອງພໍດີຫຸ່ນຟິດໆ.
ເມື່ອເຈົ້າຄິດເຖິງສິ່ງດີໆ ບວກໆທີຈະເກີດຂຶ້ນໃນອານາຄົດ ເຈົ້າຈະສາມາດປີ້ນໜ້າມືເປັນຫຼັງມື ຄວບຄຸມຄວາມຄິດ ແລະ ປ່ຽນທິດທາງໄປຫາສິ່ງທີດີກວ່າເກົ່າ, ເຫັນຕົວເອງມ່ວນຊື່ນ ເຫັນຕົວເອງກ້າວໜ້າໄປໄກໆ ແລະ ຈະເຫັນຊີວິດກັບມາເຕີມເຕັມອີກຄັ້ງ.
Click here to claim your Sponsored Listing.
Category
Website
Address
Vientiane