PHONE SPORT
14/06/2026
✨⚽🇱🇦 ຢຸດບໍ່ຢູ່! ແຊ້ມທີ1 👏🏻ທັບນາຄານ້ອຍ ໝາກເຜັດຂີ້ໜູ W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີ ຟອມແຮງຕໍ່ເນື່ອງ, ນັດທີ 3 🇱🇦 W.I.G NAGA ຊະນະ 🇪🇸 Valencia ທີມດັງຈາກ ເຈົ້າພາບ ແອັດສະປາຍ 2-1 ຜ່ານເຂົ້າຮອບ 16 ທີມສຸດທ້າຍຮຽບຮ້ອຍແລ້ວ! ໃນການແຂ່ງຂັນບານເຕະ MIC Football 7 ຮຸ່ນອາຍຸບໍ່ເກີນ10 ປີ ທີ່ເມືອງຄາຕາໂລເນຍ, ປະເທດແອັດສະປາຍ 🇪🇸 ໃນລະຫວ່າງວັນທີ 13-14 ມິຖຸນາ 2026 ນີ້.
🔰 ຮູບແບບການແຂ່ງຂັນໃນຮອບແບ່ງກຸ່ມ: ແມ່ນແຂ່ງຂັນແບບພົບກັນໝົດໃນກຸ່ມ ເພື່ອເກັບຄະແນນຈັດອັນດັບ.
✅ ອັນດັບທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ຈະໄດ້ສິດເຂົ້າສູ່ຮອບ 16 ທີມສຸດທ້າຍ.
📉 ສ່ວນຜົນງານຂອງ W.I.G NAGA ແຂ່ງຂັນ 3 ນັດ ຊະນະລວດ ເກັບ 9 ຄະແນນເຕັມ ເຂົ້າຮອບ 16 ທີມສຸດທ້າຍໃນຖານະແຊ້ມກຸ່ມ A.
✅⚽ ນັດທີ 1: 🇱🇦 W.I.G NAGA ຊະນະ 🇪🇸 UE RUBÍ 6-0.
✅⚽ ນັດທີ 2: 🇱🇦 W.I.G NAGA ຊະນະ 🇨🇳 ROOTS FOOTBALL ACADEMY 3-2.
✅⚽ ນັດທີ 3: 🇱🇦 W.I.G NAGA ຊະນະ 🇪🇸 Valencia 2-1.
ເຊິ່ງລາຍການດັ່ງກ່າວ ມີ 32 ທີມ ຈາກ 10 ປະເທດທົ່ວໂລກເຂົ້າຮ່ວມ ລວມມີ: ປະເທດແອັດສະປາຍ, ການາດາ, ຝຣັ່ງ, ອັງກິດ, ຄູເວດ, ສປ ຈີນ, ສ.ເກົາຫລີ, ຍີ່ປຸ່ນ, ມາເລເຊຍ ແລະ ສປປ ລາວ 🇪🇸🇨🇦🇫🇷🏴🇰🇼🇨🇳🇰🇷🇯🇵🇲🇾🇱🇦 ແບ່ງອອກເປັນ 8 ກຸ່ມ ກຸ່ມລະ 4 ທີມ.
📰ທີ່ມາ: W.I.G NAGA
✍🏻 Lao Youth Radio FM90MHz
Click here to claim your Sponsored Listing.
Category
Address
Vientiane