PAKA-Participatory Development Knowledge Agency
ພົບກັບ ຄຳຄູນ ວືອິນຢ້າວ (Koon Ssm) ສິດເກົ່າສູນປາກກາ ແລະ ຜູ້ເຂົ້າຮ່ວມໂຄງການ Cambodia Laos Young Leaders Programme ຊຸດປີ 2025-2026 ໄດ້ແບ່ງປັນຄວາມຮູ້ສຶກ ແລະ ປະສົບການຈາກການສຶກສາແລກປ່ຽນດ້ານວັດທະນະທຳ ກັບຊົນເຜົ່າພື້ນເມືອງເມົາຣີ ທີ່ປະເທດນິວຊີແລນ ໂດຍເນັ້ນເຖິງການອະນຸລັກ ແລະ ສືບທອດວັດທະນະທຳດັ້ງເດີມໃຫ້ແກ່ຄົນຮຸ່ນໃໝ່.
ຄຳຄູນ ເປັນໄວໜຸ່ມຊົນເຜົ່າກະຕູ ຈາກແຂວງເຊກອງ ຜູ້ທີ່ມີຄວາມຮັກ ແລະ ສົນໃຈໃນວຽກງານພັດທະນາຊຸມຊົນມາຕັ້ງແຕ່ນ້ອຍ ໂດຍເລີ່ມຈາກການເປັນອາສາສະໝັກໃນຊຸມຊົນ. ປັດຈຸບັນ ຄຳຄູນ ກຳລັງເຮັດວຽກຢູ່ທີ່ ສະມາຄົມຄົນພິການທາງສະໝອງ ແລະ ປັນຍາ ເພື່ອສົ່ງເສີມການຮຽນຮູ້ ຂອງເດັກຄົນພິການທາງດ້ານສະໝອງ.
ຜ່ານການເຂົ້າຮ່ວມໂຄງການ, ຄຳຄູນ ໄດ້ຮຽນຮູ້ tools ແລະ methods ຫຼາຍຮູບແບບ ທີ່ສາມາດນຳມາປັບໃຊ້ໃນການວິເຄາະບັນຫາທີ່ເກີດຂຶ້ນກັບເດັກນ້ອຍຄົນພິການທາງດ້ານສະໝອງ, ພໍ່ແມ່ຜູ້ປົກຄອງ ແລະ ຄູອາຈານ. ນອກຈາກນັ້ນ ຍັງໄດ້ຮຽນຮູ້ແນວທາງໃນການວາງແຜນ ແລະ ແກ້ໄຂບັນຫາແບບມີສ່ວນຮ່ວມ ທີ່ເປີດໂອກາດໃຫ້ທຸກຝ່າຍໄດ້ມີສ່ວນຮ່ວມໃນການອອກແບບວິທີແກ້ໄຂ ເພື່ອໃຫ້ເກີດຄວາມຍືນຍົງໃນໄລຍະຍາວ.
25/05/2026
ພວກເຮົາມີຄວາມຍິນດີຕ້ອນຮັບ 5 Young Leaders 2025–2026 ຂອງໂຄງການ Cambodia Laos Young Leaders Programme ກັບຄືນສູ່ປະເທດລາວ ຫຼັງຈາກໄດ້ເດີນທາງໄປສຶກສາ ແລະ ຮຽນຮູ້ ຫຼັດສູດ ການພັດທະນາແບບຍືນຍົງ ທີ່ປະເທດ New Zealand ເປັນເວລາ 3 ເດືອນ.
Workshop ຕ້ອນຮັບໃນຄັ້ງນີ້ ໄດ້ເລີ່ມຕົ້ນດ້ວຍກິດຈະກຳ Self-care ແລະ Mental Health ເພື່ອສ້າງພື້ນທີ່ແຫ່ງການຮັບຟັງ ແລະ ການດູແລຕົນເອງ ຫຼັງຈາກນັ້ນ Young Leaders ທັງ 5 ຄົນ ໄດ້ແບ່ງປັນປະສົບການການຮຽນຮູ້, ການໃຊ້ຊີວິດ ແລະ ມຸມມອງໃໝ່ໆ ຈາກການໃຊ້ເວລາຢູ່ທີ່ New Zealand ພ້ອມທັງ ນຳສະເໜີ Action Project ຂອງແຕ່ລະຄົນ ເພື່ອນຳຄວາມຮູ້ ແລະ ປະສົບການ ກັບມາສ້າງການປ່ຽນແປງໃນຊຸມຊົນຂອງຕົນເອງ.
⸻
We are delighted to welcome back the 5 Young Leaders 2025–2026 of the Cambodia Laos Young Leaders Programme to Laos after completing a 3-month learning journey in New Zealand focused on sustainable development practices.
This welcoming workshop began with sessions on Self-care and Mental Health, creating a safe and supportive space for reflection, connection, and wellbeing. The five young leaders also shared their learning experiences, daily life, and personal growth during their time in New Zealand. In addition, each participant presented their Action Project plans, aiming to apply their knowledge and experiences to create positive impacts within their own communities.
Click here to claim your Sponsored Listing.
Contact the organization
Website
Address
Phontong Chommany Village
Vientiane