Xiang Miang Lab
08/01/2026
🌟Sinxay: UPSHIFT Winning Teams ມາລາຍງານຕົວແລ້ວ!🌟
🔊ໂຄງການ MediKhong (ມີດີຄອງ) ຈາກທີມ MedYa ກໍາລັງເປີດຮັບສະຫມັກ:
1. ສະມາຊິກໂຄງການ
2. ອາສາສະຫມັກປະຈຳໂຄງການ
ນ້ອງໆຄົນໃດມີຄວາມສົນໃຈສາມາດເຂົ້າໄປເບິ່ງລາຍລະອຽດເພີ່ມເຕີມໄດ້ໃນໂພສເດີ້, ຊຽງໝ້ຽງກ້າບອກເລີຍວ່າເປັນໂອກາດທີດີຫລາຍ ໃນການມີສ່ວນຮ່ວມເພື່ອຮັກສາສະພາບແວດລ້ອມໃນຊຸມຊົນຂອງພວກເຮົາ🌱
26/12/2025
🎉 𝐎𝐟𝐟𝐢𝐜𝐢𝐚𝐥 𝐀𝐧𝐧𝐨𝐮𝐧𝐜𝐞𝐦𝐞𝐧𝐭: 𝐒𝐢𝐧𝐱𝐚𝐲: 𝐔𝐏𝐒𝐇𝐈𝐅𝐓 𝟐𝟎𝟐𝟓-𝟐𝟎𝟐𝟔 𝗟𝗣𝗕 𝐖𝐢𝐧𝐧𝐢𝐧𝐠 𝐓𝐞𝐚𝐦𝐬 🎉
(English Below)
ສິນໄຊ: UPSHIFT 2025–2026 ສະບາຍດີ🌿✨
ມື້ນີ້, ພວກເຮົາ ມີຄວາມພາກພູມໃຈ ແລະ ຕື່ນເຕັ້ນເປັນຢ່າງຍິ່ງ ທີ່ຈະປະກາດລາຍຊື່ ທີມຊະນະເລີດ ຈາກໂຄງການ ສິນໄຊ: UPSHIFT 2025-2026 ປະຈຳແຂວງ ຫຼວງພະບາງ ຢ່າງເປັນທາງການ!
🏆ບັນດາ 3 ທີມທີ່ໄດ້ຮັບການຄັດເລືອກ.
🎉ແຂວງ ຫຼວງພະບາງ:
🌱ທີມ: ຄືນຊີວິດໃຫ້ດິນ (Revitalizing the Soil), ໂຄງການ: ສະຖານີດິນດີ ||Good Soil Station||
🐝ທີມ: Better life, ໂຄງການ: Better Bee Better Life
👑ທີມ: 5king, ໂຄງການ: Green Legacy
ຜ່ານການເດີນທາງທີ່ເຕັມໄປດ້ວຍແຮງບັນດານໃຈ ແລະ ການແຂ່ງຂັນແສນເຂັ້ມຂຸ້ນ, ພວກເຮົາໄດ້ຄັດເລືອກເອົາທັງຫມົດ 3 ທີມທີ່ມີຜົນງານດີເດັ່ນທີ່ສຸດ ຈາກ ແຂວງ ຫລວງພະບາງ ໂດຍອີງໃສ່ຄວາມຄິດສ້າງສັນທີ່ເປັນນະວະຕະກຳ, ແນວໂນ້ມຜົນກະທົບທາງບວກທີແທ້ຈິງຕໍ່ສັງຄົມ ແລະ ຄວາມເປັນໄປໄດ້ຂອງໂຄງການ.
ຕະຫຼອດໄລຍະການເຂົ້າຮ່ວມແຄ້ມ (Bootcamp) ແລະ ການນຳສະເໜີ (Pitching), ນ້ອງໆທຸກທີມໄດ້ສະແດງໃຫ້ເຫັນເຖິງພະລັງແຫ່ງຄວາມສ້າງສັນ, ຄວາມມຸ່ງໝັ້ນທີ່ແຮງກ້າ ແລະ ທ່າແຮງໃນການຈັດຕັ້ງປະຕິບັດທີ່ຊັດເຈນ, ເຊິ່ງເປັນສິ່ງຢືນຢັນວ່າ ພວກເຂົາພ້ອມແລ້ວທີ່ຈະປ່ຽນ "ແນວຄວາມຄິດ" ໃຫ້ກາຍເປັນ "ການລົງມືເຮັດ" ທີ່ສ້າງຄຸນຄ່າໃຫ້ແກ່ສັງຄົມຢ່າງແທ້ຈິງ. ນອກຈາກນີ້, ທຸກທີມຍັງມີສ່ວນຮ່ວມຢ່າງຫ້າວຫັນ ແລະ ສາມາດນຳສະເໜີວິໄສທັດຜ່ານວິດີໂອໄດ້ຢ່າງດີເລີດ ແລະ ໜ້າປະທັບໃຈ.
ຂໍສະແດງຄວາມຍິນດີນຳທຸກໆທີມທີ່ໄດ້ຮັບທຶນສະໜັບສະໜູນການຈັດຕັ້ງປະຕິບັດໂຄງການ ແລະ ຂໍສົ່ງກຳລັງໃຈໃຫ້ທຸກທີມປະສົບຜົນສຳເລັດໃນທຸກບາດກ້າວຕໍ່ຈາກນີ້. ສຳລັບ 3 ທີມຊະນະເລີດ, ນີ້ຄືຈຸດເລີ່ມຕົ້ນຂອງບົດບາດໃໝ່ທີ່ໜ້າຕື່ນເຕັ້ນ.
ໃນນາມ XMT, ພວກເຮົາຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງຜູ້ເຂົ້າຮ່ວມທຸກທີມຈາກແຂວງ ຫລວງພະບາງ. ຄວາມອົດທົນ, ຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນຂອງພວກນ້ອງ ຕັ້ງແຕ່ມື້ທຳອິດຈົນເຖິງມື້ນີ້ ແມ່ນມີຄຸນຄ່າຢ່າງມະຫາສານ.
ພວກເຮົາມີຄວາມພາກພູມໃຈໃນໄວໜຸ່ມລາວທຸກຄົນ ທີ່ມີຄວາມຕັ້ງໃຈຈະຂັບເຄື່ອນສັງຄົມໄປໃນທາງທີ່ດີຂຶ້ນ. ພວກເຮົາເຊື່ອໝັ້ນໃນສັກກະຍະພາບຂອງພວກເຂົາ ແລະ ຂໍໃຫ້ຈົ່ງມີຄວາມໝັ້ນໃຈ, ມຸ່ງຫມັ້ນ ເພື່ອສືບຕໍ່ເສັ້ນທາງການເປັນ "ຜູ້ສ້າງການປ່ຽນແປງ" (Changemakers) ຢ່າງສະຫງ່າງາມ.
ຂອບໃຈທຸກໆທ່ານທີ່ຮ່ວມເດີນທາງໄປກັບພວກເຮົາ, ໂດຍສະເພາະ ແມ່ນບັນດາຄູ່ຮ່ວມມື: ສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ, UNICEF Laos ແລະ ແຂກຮັບເຂີນທີມີກຽດທຸກທ່ານ. ຄວາມທຸ່ມເທຂອງພວກທ່ານບໍ່ພຽງແຕ່ສ້າງຜົນກະທົບເທົ່ານັ້ນ, ແຕ່ຍັງເປັນແຮງບັນດານໃຈ ແລະ ເຮັດໃຫ້ ໂຄງການ ສິນໄຊ: UPSHIFT ປະສົບຜົນສຳເລັດຂັ້ນສູງສຸດ.
—————————
The wait is over! We are thrilled to unveil the winning teams from the Sinxay: UPSHIFT 2025-2026 program in Luang Prabang.
Following a high-octane journey of learning and pitching, these three teams stood out for their visionary ideas and their heart for the community:
🌱 Revitalizing the Soil – Project: Good Soil Station
🐝 Better Life – Project: Better Bee, Better Life
🌳 5king – Project: Green Legacy
From the first day of Bootcamp to the final Pitch, these young innovators showed us what's possible when passion meets purpose. They didn't just bring ideas; they brought a roadmap for change. We were particularly moved by their vibrant energy and the professional vision displayed in their project videos.
Huge congratulations to the teams receiving funding! Your journey to turn "concepts into reality" starts now.
Your hard work and grit have been nothing short of extraordinary. Seeing the next generation of Lao youth take the lead as Changemakers fills us with immense pride. Keep pushing boundaries and believing in your power to transform the world.
Thank you to everyone who has journeyed with us, especially our partners: the Lao Youth Union (LYU), UNICEF Laos, and all our distinguished guests. Your dedication has not only created a significant impact but has also served as a true inspiration, leading the Sinxay: UPSHIFT project to its highest level of success.
📞Contact information:
Tel: 020 52255443
Email: [email protected]
Website: www.xmtechnovator.org
23/12/2025
🚨 ໂອກາດສຸດທ້າຍ! ປິດຮັບສະໝັກມື້ນີ້ແລ້ວ 🚨
ມາຮ່ວມປ່ຽນພະລັງຄວາມຄິດສ້າງສັນໃຫ້ກາຍເປັນ "ເກາະປ້ອງກັນ" ໄພອອນລາຍໃນງານ Digital Creator Hackathon! 💻✨
ພວກເຮົາເປີດຮັບສະໝັກນັກສ້າງສັນທຸກສາຍ: ບໍ່ວ່າທ່ານຈະເປັນນັກອອກແບບ, ນັກພັດທະນາ, ຜູ້ໃຫ້ການສຶກສາ, ຫຼື Content Creator ກໍສາມາດມາຮ່ວມທີມກັນໄດ້! ມາໃຊ້ AI ແລະ ສື່ດິຈິຕອນ ເພື່ອສ້າງສັງຄົມລາວທີ່ປອດໄພຈາກ Scams ໄປນຳກັນ.
✅ ສິ່ງທີ່ຈະໄດ້ຮັບ: ທັກສະໃໝ່, ຄຳປຶກສາຈາກຊ່ຽວຊານ ແລະ ສ້າງຜົນງານຈິງ! ❌ ບໍ່ຈຳເປັນຕ້ອງຂຽນ Code ເປັນ ຂໍພຽງມີໄອເດຍສຸດເຈ໋ງ ແລະ ມັກເຮັດວຽກເປັນທີມ.
⏰ ສະໝັກໄດ້ຮອດມື້ນີ້: 23 ທັນວາ 2025 ເທົ່ານັ້ນ!
🔗 ຄລິກສະໝັກເລີຍ: https://forms.gle/hVJGMwNYJQtFRvwx9
📍 ສະຖານທີ່: American Center Vientiane
Click here to claim your Sponsored Listing.
Category
Contact the organization
Telephone
Address
Sibounhueang
Vientiane