CPS HOME MADE

CPS HOME MADE

Share

01/12/2022

ຊົມເຊີຍ ວັນຊາດ ທີ 2 ທັນວາ ຄົບຮອບ 45ປີ ຢ່າງສຸດໃຈ 👏🏼👏🏼👏🏼

13/07/2022

*ວັນເຂົ້າພັນສາ ປະວໍຣະນາ*

ຫລາຍຄົນ ຂັນແຂ່ງເວົ້າ ຮ້ອງເປົາຖືເອົາ
ໃນພັນສາ ເລີກລາຢາເຫຼົ້າ
ເອົາຕົວຕັ້ງ ຖືສິນຄັດເຄັ່ງ
ຫລີກເວັ້ນການເກີກກົ້ວ ຢາເຫຼົ້າສິ່ງເມົາ

ປີນີ້ໝາຍມັດໄວ້ ບໍ່ຟັກໄຝ່ເມໄລ
ໄພຄວັນຢາ ພິດອາຍປົນເປື້ອນ
ເໝື່ອນອະສູນຮ້າຍ ທຳລາຍຕັບປອດ
ຮອງຮັບທາດຜິດຮ້າຍ ໝາຍມ້ຽນມອດຊີວັງ

ຈິງຈັງ ເຮັດໃຫ້ໄດ້ ສົມດັງປອງໝາຍ ອິຫລີເນີ
ເດັດດ່ຽວໃຈເປັນກົກ ບໍ່ອ່ຽງເອນຂວາຊ້າຍ
ອ່ອນແອໂອນເອນເລື້ອຍ ຄວາມຫວັງຈະສູນເປົ່າ
ອອກເຂົ້າພໍຊໍ້ານັ້ນ ຊິນຳວຸ້ນບໍ່ເຊົາ

ເຮັດບໍ່ໄດ້ດັງຂໍ ຂານຂອດປະຕິຍານ ມານັ້ນ
ຈະສູນເສຍລາສີ ຄ່າຄົນຄູນຄໍ້າ
ມີແຕ່ໃຈປອງປໍ້າ ກະທຳການແຂງແກ່ນ
ຜັດແທນວັນເລື່ອນເລື້ອຍ ຄືຄວາມຄ້າງຂອດຕັນ

ມັນຈື່ງເປັນເລື້ອງເວົ້າ ແຈ້ງຂ່າວວິຈານໄຂ
ໃຈບໍ່ແຂງຂຶງຂັງ ສົ່ງພະລັງປົກປ້ອງ
ຄອງແຕ່ເຂົາມາຊວນ ຊູແຮງປະກອບສວນ
ປີນີ້ ປີໜ້າຍັງບໍ່ໄດ້ ງານນີ້ຕ້ອງແກ່ນທົນ ທ່ານເອີຍ.....

Photos from CPS HOME MADE's post 01/07/2022

ໃນວັນທີ 30/06/2022 ຕອນເຊົ້າ ທາງບ້ານຫ້ວຍຮີດໄດ້ເປີດພິທີໂຄງການເງິນເພື່ອງານ, ຊ້ອມແປ່ງທາງເຂົ້າບ້ານຫ້ວຍຮີດໂດຍການເຂົ້າຮ່ວມຂອງທ່ານເຈົ້າເມືອງ ເມືອງນ້ຳບາກ, ຫົວຫນ້າກະສິກຳແຂວງ, ຫົວຫນ້າກະສິກຳເມືອງນ້ຳບາກ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນບ້ານຫ້ວຍຮີດ. ໂຄງການເງິນເພື່ອງານນີ້ໄດ້ຮັບທຶນຊ່ວຍເຫລືອຈາກອົງການ 🇯🇵🇱🇦FAO en espanol ( OSRO/lao/100/JPN project ໂດຍຜ່ານຫ້ອງການກະສິກຳແຂວງ ແລະ ເມືອງນ້ຳບາກ ເພື່ອຊຸກຍູ້ສົງເສີມຄວາມສະດວກສະບາຍໃນການຂົນສົ່ງກະສິກຳແລະການກະເສດອອກສູ່ຕະຫລາດ, ແກ້ຟືນຟູເສດຖະກິດຂອງພໍ່ແມ່ປະຊາຊົນໃນໄລຍະໂຄວິດ19 ລະບາດໃນລາວ .
ໄລຍະທາງທີ່ຈະຊອ້ມແຊມແມ່ນຈະເລີ່ມຈາກຂົວນ້ຳລາຮອດຫົວບ້ານ ບ້ານຫ້ວຍຮີດ ແລະ ເລີ່ມຈາກ3ແຍກທາງເຂົ້າວັດຈົນຮອດເຂດບ້ານນາຍາງໃຕ້. ຕາມແຜ່ນທີ່ວ່າງອອກແມ່ນຈະໄດ້ຂະຫຍາຍຫນ້າທາງບາງຈຸດທີ່ຍັງຄັບແຄບ, ບາງຈຸດທີ່ເປັນລຸ່ມເປັນບໍທາງຫມື່ນກໍຈະໄດ້ໃຊ້ຫີນຂົບ(ຜາຂົບຈາກໂຮງງານ)ຖົມ ແລະຈະໄດ້ໃຊ້ທໍ່ລະບາຍນ້ຳເພີ່ມອີກ 10ຈຸດໃນໄລຍະທາງທັງຫມົດ. ສຸດທ້າຍນີ້ ຕ່າງຫນ້າໃຫ້ພໍ່ແມ່ປະຊາຊົນບ້ານຫ້ວຍຮີດ ຂອບໃຈມາຍັງທາງຫ້ອງການກະສິກຳແຂວງ, ເມືອງ ແລະ ໂຄງການ JPN Project ທີ່ເຫັນຄວາມຫຍຸ້ງຍາກຂອງພໍ່ແມ່ປະຊາຊົນ ແລະ ໃຫ້ການຊ່ວຍເຫລືອໃນຄັ້ງນີ້ ຂໍຂອບໃຈຫລາຍໆ

#ຂ່າວຈາກ #ລື້ບ້ານຫ້ວຍຮີດ

24/05/2021
Want your business to be the top-listed Shop in Vientiane?
Click here to claim your Sponsored Listing.

Website

Address


Vientiane
123

Opening Hours

Monday 08:30 - 17:00
Tuesday 08:30 - 17:00
Wednesday 08:30 - 17:00
Thursday 08:30 - 17:00
Friday 08:30 - 17:00
Saturday 08:30 - 17:00