LAOS Buddhism
20/11/2018
ອານິສົງກະຖິນ
ພິກຂຸທັງຫຼາຍ ຜູ້ໄດ້ກຣານກະຖິນແລ້ວ ຍ່ອມໄດ້ຮັບອານິສົງ 5 ປະການ
1. ຈາຣິກ ທ່ຽວໄປທາງໃດບໍ່ຕ້ອງບອກລາ ຕາມສິກຂາບົດທີ 6 ແຫ່ງະເຈຣະກະວັກ ປາຈິຕິກັນ
2. ທ່ຽວຈາຣິກໄປໂດຍບໍ່ຕ້ອງເອົາໄຕຼຈີວອນໄປຄົບ 3 ຜືນ ຄືຈີວອນ ສັງຄາ ສະບົງ.
3. ສັນອາຫານຮ່ວມກັນ ເປັນກຸ່ມ ເປັນວົງຄະນະໄດ້ (ສັນຄະນະໂພຊະນະໄດ້)
4. ເກັບອາຕິເຣກຈີວອນ ໄວ້ໄດ້ຕາມປາຖະໜາ ເກັບໄດ້ຫຼາຍຜືນ ບໍ່ຕ້ອງວິກັບ
5. ຈີວອນເຊີ່ງເກີດຂື້ນໃນທີ່ນັ້ນ ເປັນຂອງພຣະທີ່ຈໍາພັນສາໃນວັດນັ້ນທັງໝົດ.
ອານິສົງກະຖິນ 5 ປະການຂອງຜູ້ທອດ (ສັດທາ)
1. ເຮັດໃຫ້ອາຍຸຍືນຍາວ ເຮັດໃຫ້ບໍລິບູນດ້ວຍຊັບສົມບັດ
2. ບໍ່ມີສັດຕູໝູ່ມານມາທໍາລາຍຊີວິດ ໃຫ້ພາກຈາກກັນ
3. ຊັບສົມບັດຈະຢູ່ກັບເຮົາຕະຫຼອດໄປ
4. ໂຈນລັກເອົາໄປບໍ່ໄດ້ ຕິດຕົວເຮົາໄປທຸກພົບທຸກຊາດ
5.ເມື່ອບຸນຍາປາລະມີຮອດ ຈະໄດ້ບັນລຸມັກຜົນນິພານ ໃນອະນາຄົດຂ້າງໜ້າ.
ເອົາບຸນມາຝາກທຸກທານ ລວມຍອດບຸນຜ້າກຖິນ 481.807.000ກີບ
______________________
Click here to claim your Sponsored Listing.
Category
Website
Address
ວຽງຈັນ
Vientane