TARGET Magazine

TARGET Magazine

Share

26/05/2026

"ຖ້າມື້ນີ້ບໍ່ມີອຸປະສັກເພີ່ມເຕີມ ຕາມການຄາດການແລ້ວ ຈະແມ່ນແຜນການລຳລຽງຜູ້ທີ່ຕິດຢູ່ໃນຖ້ຳທັງ 7 ຄົນ ອອກມາພາຍໃນມື້ນີ້" ເນື້ອຫານີ້ໂພສຜ່ານເພຈບຸກ "จักรกฤษณ์ แต่งตั้ง" ຂໍໃຫ້ເປັນຂ່າວດີ 🙏

26/05/2026

ສປປ ລາວ ຈະປູກຕົ້ນໄມ້ໃຫ້ໄດ້ 4.5 ລ້ານເບ້ຍ ຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ

ໃນວັນທີ 25 ພຶດສະພາ 2026, ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງການກະກຽມຄວາມພ້ອມສຳລັບ "ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ" ເຊິ່ງກົງກັບວັນເດັກນ້ອຍສາກົນ 1 ມິຖຸນາ. ໂດຍປີນີ້ໄດ້ຍົກເອົາຄຳໂອວາດຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ "ປ່າໄມ້ ຄືຄຳຂຽວຂອງຊາດ" ມາເປັນແນວທາງຫຼັກ ໃນການປຸກລະດົມທົ່ວປວງຊົນໃຫ້ຫັນມາໃສ່ໃຈອະນຸລັກຜືນປ່າ.

ເພື່ອໃຫ້ບັນລຸເປົ້າໝາຍການຟື້ນຟູສິ່ງແວດລ້ອມ ທາງກະຊວງໄດ້ວາງແຜນການລວມ ແລະ ກິດຈະກຳສຳຄັນໄວ້ດັ່ງນີ້:

ເປົ້າໝາຍໃຫຍ່ທົ່ວປະເທດ: ພາຍໃນປີນີ້ ຕັ້ງເປົ້າເກັບແກ່ນພັນໄມ້ໃຫ້ໄດ້ຫຼາຍກວ່າ 121.000 ກິໂລ, ກ້າເບ້ຍໄມ້ 25,1 ລ້ານເບ້ຍ ແລະ ປູກທົດແທນໃນເນື້ອທີ່ຫຼາຍກວ່າ 50.000 ເຮັກຕາ.

ເປົ້າໝາຍສະເພາະວັນທີ 1 ມິຖຸນາ: ລະດົມກຳລັງທົ່ວປະເທດປູກຕົ້ນໄມ້ໃຫ້ໄດ້ 4.5 ລ້ານເບ້ຍ. ສຳລັບນະຄອນຫຼວງວຽງຈັນ ຈະປູກຕົ້ນໄມ້ເສດຖະກິດ ແລະ ໄມ້ມີຄ່າ (ເຊັ່ນ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ສັກ, ໄມ້ຍາງ) ຫຼາຍກວ່າ 80.000 ເບ້ຍ ໃນເນື້ອທີ່ 50 ເຮັກຕາ.

ລະຫວ່າງວັນທີ 29 ພຶດສະພາ ຫາ 1 ມິຖຸນາ ຈະມີການຈັດງານ "Run for our Forest and Clean Air" ເພື່ອສະເຫຼີມສະຫຼອງ 3 ວັນສຳຄັນ (ວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ) ພ້ອມວາງສະແດງເຕັກໂນໂລຊີທັນສະໄໝເພື່ອການອະນຸລັກ.

ທີ່ມາ: ວຽງຈັນໃໝ່
#ວັນປູກຕົ້ນໄມ້ແຫ່ງຊາດ #ປ່າໄມ້ #ຂ່າວສິ່ງແວດລ້ອມ

25/05/2026

ພາບນາທີ ເຈົ້າໜ້າທີ່ເຂົ້າຄົ້ນຫາ ເພື່ອຊ່ວຍເຫຼືອ 7 ຊີວິດທີ່ຕິດຢູ່ໃນຖໍ້າ ໃນວັນທີ 24 /05/2026
❤🙏ຂອບໃຈເຈົ້າໜ້າທີ່ລາວ ແລະເຈົ້າໜ້າທີ່ໄທ ທີ່ຍອມທຸ້ມເທແຮງກາຍແຮງໃຈຊ່ວຍເຫຼືອໃນຄັ້ງນີ້
ທີ່ມາພາບ: จักรกฤษณ์ แต่งตั้ง

Telephone