SME Review

SME Review

Share

Photos from SME Review's post 04/04/2026

ຄະນະສະເພາະກິດ! ກົມມາດຕະຖານ ແລະ ວັດແທກ ກວດພົບໂຮງງານຜະລິດນໍ້າມັນເຊື້ອໄຟ ທີ່ບໍ່ໄດ້ຄຸນນະພາບ ແລະ ປະລິມານການຜະລິດທີ່ນໍາເຂົ້າດ້ວຍສານມາກເກີ, ພ້ອມທັງພົບຄ່າຊັນເຟີສູງ 1.331PPM ເກີນມາດຕະຖານທີ່ກໍານົດ.
------------------------
ໄລຍະນີ້, ຂ່າວນໍ້າມັນເຊື້ອໄຟນັບວ່າເປັນປະເດັນຮ້ອນທີ່ສັ່ງຄົມໃຫ້ຄວາມສົນໃຈຫລາຍທີ່ສຸດ, ເນື່ອງຈາກ ການຄຸມເຂັ້ມຂອງເຈົ້າຫນ້າທີ່ໃນການຕິດຕາມ-ກວດກາເປັນປົກກະຕິ ແລະ ຕໍ່ເນື່ອງ. ຫລ້າສຸດ, ໃນຕອນ ເຊົ້າວັນທີ 4 ເມສາ 2026, ຄະນະຮັບຜິດຊອບຄຸ້ມຄອງຄຸນນະພາບນ້ຳມັນເຊື້ອໄຟ ພ້ອມດ້ວຍຫ້ອງ ກວດກາຄຸນນະພາບ ແລະ ຄຸ້ມຄອງບໍລິມາດນ້ຳມັນ (ກົມມາດຕະຖານ ແລະ ວັດແທກ) ໄດ້ລົງກວດກາ ໂຮງງານເປົ້າໝາຍແຫ່ງໜຶ່ງຢູ່ເຂດເສັ້ນທາງເລກທີ 13 ໃຕ້, ນະຄອນຫລວງວຽງຈັນ ທີ່ສົງໄສວ່າເປັນແຫຼ່ງ ຜະລິດນ້ຳມັນບໍ່ໄດ້ມາດຕະຖານ.
ຜ່ານກວດກາຕົວຈິງພົບວ່າ: ໂຮງງານດັ່ງກ່າວໄດ້ມີການຕິດຕັ້ງເຄື່ອງຈັກ ເພື່ອບົດຂີ້ເຫຍື່ອພລາສຕິກ ແລະ ກັ່ນນ້ຳມັນເຄື່ອງເກົ່າ ເພື່ອຜະລິດເປັນນ້ຳມັນເຊື້ອໄຟ ໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດ, ບໍ່ໄດ້ຜ່ານ ການກວດກາຢັ້ງຢືນຄຸນນະພາບ ແລະ ບໍ່ໄດ້ເສຍພາສີ-ອາກອນຕາມລະບຽບກົດໝາຍ. ນອກນັ້ນ, ໃນສະຖານທີ່ດັ່ງກ່າວ ຍັງພົບນ້ຳມັນທີ່ຜະລິດສຳເລັດຮູບແລ້ວຈຳນວນຫຼວງຫຼາຍທີ່ກຽມຈະນຳໄປຈຳໜ່າຍ ຕາມປ້ຳນ້ຳມັນທົ່ວໄປ.
ຜ່ານການວິໄຈພົບວ່າ: ນ້ຳມັນດັ່ງກ່າວມີຄ່າຊັນເຟີ (Sulfur Content) ສູງເຖິງ 1,331 ppm. ຊຶ່ງເກີນ ມາດຕະຖານທີ່ກຳນົດໄວ້ຫຼາຍເທົ່າຕົວ. ຖ້າການນຳໃຊ້ນ້ຳມັນທີ່ມີຄ່າຊັນເຟີສູງ ຈະສົ່ງຜົນເສຍໂດຍກົງຕໍ່ເຄື່ອງຈັກ ເຊັ່ນ: ເຮັດໃຫ້ເຄື່ອງຈັກເປື້ອນໄວ, ອາໄຫຼ່ ແລະ ຊິ້ນສ່ວນຕ່າງໆຂອງເຄື່ອງຈັກຊຸດໂຊມໄວ, ເກີດມີຄວັນດຳຫຼາຍ ແລະ ອາຍຸການໃຊ້ງານຂອງເຄື່ອງຈັກສັ້ນລົງ.
ຕໍ່່ບັນຫາດດັ່ງກ່າວ, ເຈົ້າໜ້າທີ່ໄດ້ຢຶດຂອງກາງ ແລະ ດຳເນີນມາດຕະການຕາມລະບຽບການ. ພ້ອມນັ້ນ ກໍໄດ້ແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ ແລະ ຜູ້ຊົມໃຊ້ ໃຫ້ມີສະຕິໃນການເລືອກຊື້ນ້ຳມັນ. ຫາກພົບເຫັນ ຄວາມຜິດປົກກະຕິ ຫຼື ສົງໄສແຫຼ່ງຜະລິດທີ່ບໍ່ຖືກຕ້ອງ ສາມາດແຈ້ງໄດ້ທີ່ ສາຍດ່ວນ: 1513.
ເຈົ້າຫນ້າທີ່ຊ່ຽວຊານດ້ານຄຸນນະພາບນໍ້າມັນເຊື້ອໄຟ ຍັງໃຫ້ຮູ້ຕື່ມວ່າ: ການກວດພົບໂຮງງານກັ່ນນ້ຳມັນ ຈາກຂີ້ເຫຍື່ອພລາສຕິກ ແລະ ນ້ຳມັນເຄື່ອງເກົ່າ ຢູ່ນະຄອນຫຼວງວຽງຈັນ ບໍ່ແມ່ນພຽງແຕ່ການ ລະເມີດກົດໝາຍທຸລະກິດທົ່ວໄປ, ແຕ່ມັນຄືການສ້າງສົ່ງຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມ ຢ່າງມະຫາສານ ເປັນຕົ້ນແມ່ນ:

1. ຜົນເສຍທາງດ້ານເສດຖະກິດ (Economic Impact):

- ລັດສູນເສຍລາຍຮັບ: ການລັກລອບຜະລິດ ແລະ ຈຳໜ່າຍໂດຍບໍ່ເສຍພາສີ-ອາກອນ ເຮັດໃຫ້ລັດຖະບານສູນເສຍງົບປະມານທີ່ຈະນຳມາພັດທະນາປະເທດຊາດ.
- ຄວາມເສຍຫາຍຕໍ່ຊັບສິນສ່ວນບຸກຄົນ ແລະ ວິສາຫະກິດ: ເມື່ອເຄື່ອງຈັກ, ລົດຂົນສົ່ງ ຫຼື ເຄື່ອງຈັກກະສິກຳເພພັງກ່ອນກຳນົດ ຍ້ອນນ້ຳມັນບໍ່ໄດ້ມາດຕະຖານ, ຜູ້ຊົມໃຊ້ຕ້ອງແບກຫາບຄ່າສ້ອມ ແປງທີ່ສູງຂຶ້ນ, ສົ່ງຜົນໃຫ້ຕົ້ນທຶນການຜະລິດ ແລະ ການຂົນສົ່ງເພີ່ມຂຶ້ນໂດຍບໍ່ຈຳເປັນ.
-ຜົນກະທົບຕໍ່ຕ່ອງໂສ້ການສະໜອງ: ປ້ຳນ້ຳມັນທີ່ຮັບຊື້ນ້ຳມັນເຖື່ອນມາຈຳໜ່າຍ ອາດຈະໄດ້ກຳໄລ ໄລຍະສັ້ນ, ແຕ່ໃນໄລຍະຍາວຈະເສຍຄວາມເຊື່ອໝັ້ນຈາກລູກຄ້າ ແລະ ອາດຖືກສັ່ງປິດກິດຈະການ.
2. ຜົນເສຍທາງດ້ານສັງຄົມ ແລະ ສິ່ງແວດລ້ອມ (Social & Environmental Impact):

-ມົນລະພິດທາງອາກາດ: ນ້ຳມັນທີ່ມີຄ່າຊັນເຟີ (Sulfur) ສູງເຖິງ 1,331 ppm (ເກີນມາດຕະຖານ ຫຼາຍເທົ່າຕົວ) ເມື່ອຖືກເຜົາໄໝ້ຈະປ່ອຍອາຍພິດ ແລະ ຄວັນດຳທີ່ເປັນອັນຕະລາຍຕໍ່ລະບົບຫາຍໃຈ ຂອງຄົນໃນສັງຄົມ ແລະ ກໍ່ໃຫ້ເກີດຝຸ່ນລະອອງ PM 2.5.
-ຄວາມປອດໄພ: ໂຮງງານກັ່ນນ້ຳມັນທີ່ບໍ່ໄດ້ມາດຕະຖານ ມັກຂາດລະບົບຄວາມປອດໄພ ແລະ ການປ້ອງກັນທີ່ຖືກຕ້ອງ, ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການລະເບີດ ຫຼື ໄຟໄໝ້ ລາມໄປເຖິງຊຸມຊົນ ໃກ້ຄຽງ.
3. ຜົນກະທົບຕໍ່ປະຊາຊົນ (Impact on Citizens):

-ຜູ້ບໍລິໂພກຄືຜູ້ຮັບເຄາະ: ປະຊາຊົນທີ່ເຕີມນ້ຳມັນໂດຍບໍ່ຮູ້ຕົວ ວ່າເປັນນ້ຳມັນເຖື່ອນ ຕ້ອງເສຍເງິນ ໃນລາຄາປົກກະຕິ ແຕ່ໄດ້ສິນຄ້າທີ່ທຳລາຍຊັບສິນ (ລົດ) ຂອງຕົນເອງ.
-ສຸຂະພາບ: ການສູດດົມຄວັນພິດຈາກການເຜົາໄໝ້ນ້ຳມັນທີ່ບໍ່ສະອາດໃນໄລຍະຍາວ ສົ່ງຜົນເສຍຕໍ່ ສຸຂະພາບຂອງທັງຜູ້ຂັບຂີ່ ແລະ ຜູ້ທີ່ອາໄສຢູ່ແຄມທາງ.
ທີ່ມາ: ຫ້ອງກວດສອບ ຄຸນນະພາບ ນຳ້ມັນເຊື້ອໄຟ ທົ່ວປະເທດ

31/03/2026

ແຂວງຈຳປາສັກ ປະກາດສ້າງຕັ້ງ "ຕາແສງ" ສຳເລັດ 100% ທົ່ວແຂວງ ລວມທັງໝົດ 46 ແຫ່ງ!
________________________________________
​ຖືເປັນບາດກ້າວທີ່ສຳຄັນໃນການປັບປຸງກົນໄກການບໍລິຫານລັດໃຫ້ໃກ້ຊິດກັບປະຊາຊົນຫຼາຍຂຶ້ນ. ໃນທ້າຍເດືອນມີນາ 2026 ນີ້, ແຂວງຈຳປາສັກ ໄດ້ປະກາດສ້າງຕັ້ງຕາແສງຢ່າງເປັນທາງການສຳເລັດແລ້ວ 100% ໃນທົ່ວແຂວງ ເຊິ່ງລວມມີທັງໝົດ 46 ຕາແສງ ຄອບຄຸມທັງ 9 ເມືອງ ແລະ 1 ນະຄອນ.
​ລາຍຊື່ 46 ຕາແສງ ທີ່ປະກາດສ້າງຕັ້ງສຳເລັດມີດັ່ງນີ້:
1 ຕາແສງສະໜາມໄຊ
2 ຕາແສງເກົ່າເກິ່ງ
3 ຕາແສງປາກຊ່ອງ
4 ຕາແສງດອນຕະຫຼາດ
5 ຕາແສງກະດັນ
6 ຕາແສງໜອງແຕ້
7 ຕາແສງຄອນ
8 ຕາແສງສຸຂຸມາ
9 ຕາແສງປະທຸມພອນ
10 ຕາແສງໜອງຜຳ
11 ຕາແສງຫາດຊາຍຄູນ
12 ຕາແສງເວີນ
13 ຕາແສງໜອງວຽນ
14 ຕາແສງເຊນ້ຳນ້ອຍ
15 ຕາແສງດອນໂຂງ
16 ຕາແສງອຸທຸມ
17 ຕາແສງມ່ວງ
18 ຕາແສງອຸດົມສິນ
19 ຕາແສງຈຳປາສັກ
20 ຕາແສງຂະເໝົາ
21 ຕາແສງສະຜ່າຍ
22 ຕາແສງນາດີ
23 ຕາແສງອີ່ຕູ້
24 ຕາແສງບຸ່ນ
25 ຕາແສງວັງເວີນ
26 ຕາແສງປາກເຊ
27 ຕາແສງທ່ຽງສຳພັນ
28 ຕາແສງໜອງໃສ
29 ຕາແສງນ້ຳອ້ອມ
30 ຕາແສງກອງຕູນ
31 ຕາແສງໂຊກອຳນວຍ
32 ຕາແສງຫົວແຊ
33 ຕາແສງບຸ່ງຄ້າ
34 ຕາແສງໂພນທອງ
35 ຕາແສງພະໂພ
36 ຕາແສງຄັນເກີງ
37 ຕາແສງໜອງດູ່
38 ຕາແສງດົງຍາງ
39 ຕາແສງໜອງງາ
40 ຕາແສງກະດັນ
41 ຕາແສງສາມປາງ
42 ຕາແສງແກ້ງເກີຍ
43 ຕາແສງສັກເມືອງ
44 ຕາແສງກຸດຈິກ
45 ຕາແສງສຳຫຼຽງ
46 ຕາແສງຫ້ວຍແຮ່
ຂໍສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຄັ້ງນີ້ ເພື່ອເປັນການຍົກລະດັບການບໍລິການພໍ່ແມ່ປະຊາຊົນໃຫ້ມີຄວາມສະດວກ ແລະ ວ່ອງໄວກວ່າເກົ່າ.
​📌 ຝາກກົດ Like, ກົດ Share ເພື່ອສົ່ງຕໍ່ຂໍ້ມູນຂ່າວສານດີໆ ໃຫ້ສັງຄົມໄດ້ຮັບຊາບນຳກັນ!
​ #ແຂວງຈຳປາສັກ #ສ້າງຕັ້ງຕາແສງ
#ໜັງສືພິມຈຳປາໃໝ່
​🙏 ຂໍຂອບໃຈທຸກທ່ານທີ່ຕິດຕາມຂ່າວສານ. ຝາກກົດ ແຊຣ໌ ເພື່ອສົ່ງຕໍ່ຂໍ້ມູນດີໆໃຫ້ສັງຄົມໄດ້ຮັບຊາບນຳກັນ.
__________________________
#ໜັງສືພິມຈຳປາໃໝ່
: ມົນທຽນ ໄຊຍະສິດ

Photos from Pinim Pro's post 31/03/2026

👏👏👏

Want your business to be the top-listed Media Company in Vientiane?
Click here to claim your Sponsored Listing.

Telephone

Address

10100
Vientiane