Yellow
08/12/2019
11 Style ກຣາຟຟິກ ແບບນີ້ເຂົາເອີ້ນວ່າແມ່ນຫຍັງ??🤔
ໝູ່ໆເຄີຍເປັນກັນບໍ່ ຢາກເຮັດກຣາຟຟິກແບບນັ້ນ ແບບນີ້ 😱ແຕ່ຄິດຊື່ເອີ້ນບໍ່ອອກ ນຶກໄດ້ແຕ່ວ່າເຄີຍເຫັນແລ້ວມັກ ມື້ນີ້ແອັດມິນຈະພາມາຮູ້ຈັກກັບຊື່ເອີ້ນ Style ຕ່າງໆ ລອງໄປເບິ່ງກັນເລີຍວ່າເອີ້ນວ່າຫຍັງກັນແນ່👇😁
✨ Neon (ແສງສີນີອອນ): ຫຼົງໄຫຼຄວາມສວຍງາມໃນຮູບແບບຂອງແສງສີມີຄວາມຟຸ້ງ ເບີໆ ພາຍໃຕ້ຄວາມມືດສ້າງຄວາມໂດດເດັ່ນໃຫ້ຮູບພາບກຣາຟຟິກໄດ້ບໍ່ໜ້ອຍ.
✨ Fluid (ຂອງແຫລວບໍ່ມີຮູບຮ່າງ): ຮູບຮ່າງ ແລະ ຮູບຊົງທີ່ຄາດເດົາບໍ່ໄດ້ແຕ່ເບິ່ງແລ້ວລື່ນໄຫລມີມິຕິ ມີພະລັງ ໜ້າດຶງດູດໃຫ້ຄົ້ນຫາ ເຮັດໃຫ້ກຣາຟຟິກເບິ່ງມ່ວນຊື່ນ ແລະ ໂດດເດັ່ນຂຶ້ນໄດ້.
✨ Glitch (ພາບຊ້ອນແບບອານາລັອກ): ພາບຊ້ອນແບບຈໍໂທລະທັດອານາລັອກ ຄ້າຍກັບໂທລະທັດເສຍ ຫຼື ຖືກຄື່ນແຊກ ເຮັດໃຫ້ກຣາຟຟິກເບິ່ງໂດດເດັ່ນ ແລະ ເບິ່ງມີເລື່ອງລາວທີ່ລຶກລັບ ໜ້າຄົ້ນຫາໄດ້ບໍ່ໜ້ອຍເລີຍ.
✨ Memphis (ເລຂາຄະນິດຕິສໆ): Style ແບບນີ້ເປັນທີ່ຄົນມັກສົງໄສກັນຢູ່ເລື່ອຍໆປະມານວ່າເຄີຍເຫັນມາກ່ອນ ແຕ່ບໍ່ຮູ້ເອີ້ນວ່າຫຍັງມັນເປັນສິລະປະການນຳຮູບຊົງເລຂາຄະນິດມາວາງຮຽງກັນໂດຍບໍ່ຄຳນຶ່ງເຖິງຄວາມສົມດຸນ ເຮັດໃຫ້ເກີດເອກະລັກຂອງພາບຈົນເຮົາຈື່ກັນໄດ້ນັ້ນເອງ.
✨ Paper Folding (ເຈ້ຍພັບ): ພາບທີ່ໄດ້ຈະເປັນລັກສະນະຂອງເຈ້ຍວາງທັບຊ້ອນກັນ ຫຼື ໃຫ້ຄວາມຮູ້ສຶກເຈ້ຍທີ່ຖືກພັບອອກມາເປັນຮູບຮ່າງເຮັດໃຫ້ພາບເບິ່ງຄືມີມິຕິ ປຽບເໝືອນກເຈ້ຍທີ່ພັບຢູ່ແທ້
✨ Comic / Pop art (ກາຕຸນຄອມມິກ): ຖ້າເວົ້າເຖິງ style ກາຕຸນຄອມມິກແບບ Superhero ກໍຕ້ອງແບບນີ້ເລີຍ ຫຼື ອີກຊື່ໜຶ່ງຈະເອີ້ນວ່າ Pop Art ກໍ່ບໍ່ຜິດ Search ຫາຄຳນີ້ກໍໄດ້ໃກ້ຄຽງເຊັ່ນກັນ.
✨ Vintage (ບູຮານ ຍ້ອນຍຸກ): ມັກໃນຄວາມເກົ່າ ຍ້ອມສີຊີເປຍ (ໂທນສົ້ມໆ ນໍ້າຕານໆ) ຟີລພາບຖ່າຍບູຮານ ໃຫ້ຄວາມຮູ້ສຶກຄືພາບຍ້ອນຍຸກ.
✨ Flat design (ລຽບງ່າຍແຕ່ມີມິຕິ): ອອກແບບໂດຍເນັ້ນຄວາມລຽບງ່າຍ ເນັ້ນການສື່ສານ ການໃຊ້ງານ ຫຼຸດທອນກຣາຟຟິກທີ່ບໍ່ຈຳເປັນລົງ ແລະ ເພີ່ມການໂຟກັສໄປທີ່ຈຸດທີ່ສຳຄັນຫຼາຍຂຶ້ນ ສ່ວນສີສັນຈະຄ່ອນຂ້າງເບົາບໍ່ຈັດຈ້ານຫຼາຍເຮັດໃຫ້ເໝາະກັບການໃຊ້ງານຫຼາກຫຼາຍຮູບແບບ.
✨ Metalic (ເຫລັກຂັດເງົາ): ຫາກກຳລັງຊອກຫາຄວາມດິບ ເຖື່ອນ Industry Style ຫຼື ຄວາມມັນວາວຂອງໂລຫະ ສັງກະສີຕ່າງໆໃຫ້ຄວາມຮູ້ສຶກເທ່ໄປອີກແບບ.
✨ Tropical (ສີສັນອະໂລ່ຮາ): ນຶກເຖິງ Summer ບັນຍາກາດແຄມທະເລ ຫຼື ປ່າເຂດຮ້ອນຕ້ອງ Style ນີ້, ຜ່ອນຄາຍດ້ວຍ Element ຕົ້ນໄມ້ ໝາກໄມ້ຕ່າງໆ ເຮັດໃຫ້ກຣາຟຟິກນັ້ນເບິ່ງສົດໃສ ໜ້າສົນໃຈຂຶ້ນ.
✨ Isometric (ຮູບພາບ 3 ມິຕິດ້ານເທົ່າ): ຮູບພາບ 3 ມິຕິ ທີ່ມີແນວສັນຂອງວັດຖຸດ້ານໜຶ່ງທີ່ຕັ້ງສາກກັບເສັ້ນລະດັບໂດຍມຸມມອງດ້ານຂ້າງຈະເຮັດອົງສາທີ່ເທົ່າກັນທັສອງດ້ານ ມັກໃຊ້ງານໃນການເຮັດພາບ Infographic ເລື່ອຍໆ ຫຼື ນິຍົມໃຊ້ເຮັດພາບ ເພື່ອເລົ່າເລື່ອງໃຫ້ເປັນເລື່ອງລາວໃຫ້ເຂົ້າໃຈໄດ້ງ່າຍ
06/09/2019
ຜົນງານການອອກແບບLOGO(Premium package)
: Hom the signature collection ☕️🍯
Thank you for trusting us.
————————————————————
ເຮັດໃຫ້ເປັນທີ່ຈົດຈຳ ແລະ ສ້າງພາບລັກທີ່ດີສໍາລັບທຸລະກິດຂອງທ່ານ.
🔅ໂລໂກ້ແບບໃດທີ່ເຫມາະສົມສໍາລັບທຸລະກິດຂອງທ່ານ
🔅ຈຸດໃດທີ່ຄວນຈະໃຫ້ໂລໂກ້ສື່ອອກມາຫຼາຍທີ່ສຸດ
🔅ສີໃດທີ່ເຫມາະສົມກັບໂລໂກ້ຂອງທ່ານທີ່ສຸດ
🔅ທັນສະໄຫມ ແລະ ມີສະໄຕລ໌
ຢາກໄດ້ໂລໂກ້ງາມໆ ຕອບໂຈດຕະຫຼາດແລະກຸ່ມລູກຄ້າ ທັກຫາເຮົາເລີຍ!!😘
————————————————————
ເຮົາຮັບອອກແບບກຣາຟຟິກທຸກຊະນິດ
ດູແລເພຈເຟສບຸ້ກ
ຖ່າຍຮູບ ແລະ ວີດີໂອ
ໂຄສະນາ ແລະອອກແບບການຕະຫຼາດທຸກປະເພດ
ຕິດຕໍ່ສອບຖາມ
📲inbox : m.me/yellowlaos
☎️Tel & whatapp : 020 56 332 491
📥Email : [email protected]
Click here to claim your Sponsored Listing.
Category
Contact the business
Telephone
Website
Address
Vientiane
01160