Eduten Finland Math - Laos
05/12/2022
01/12/2022
Eduten in Laos!
ໂຮງຮຽນ ນາໆຊາດ ວັດທະນາກອນ ໄດ້ສຳເລັດການທົດລອງການນຳໃຊ້ ບົດຝຶກຫັດຄະນິດສາດ ແຟັງລັງ. ນ້ອງໆນັກຮຽນມີຄວາມຕື່ນເຕັ້ນ ແລະ ດີໃຈຫຼາຍທີ່ໄດ້ທົດລອງໃຊ້ບົດຝຶກຫັດຄະນິດສາດນີ້. ✨✨
Wattanakorn International School had finished a trail of Eduten Finland Math. Kids were excited and happy using this platform. 🍃🍃
19/08/2022
🤔 Gamification VS Teachers ການຮຽນຮູ້ດ້ວຍຮູບແບບການຫຼິ້ນເກມ ກັບ ຄູອາຈານ?
🤩 Gamification of learning ຫຼື ການຮຽນຮູ້ດ້ວຍຮູບແບບການຫຼິ້ນເກມ ເປັນເຄື່ອງມືເສີມທີ່ເຮັດວຽກຄຽງຄູ່ກັບການສອນແບບດັ້ງເດີມ.
👩🏫 ຄູຈະມີຄວາມຈຳເປັນສະເໝີ ເພື່ອໃຫ້ຄຳແນະນຳໃນເລື່ອງຂອງເທັກໂນໂລຢີ ແລະ ສືບຕໍ່ເຮັດວຽກຄຽງຄູ່ກັນກັບນັກຮຽນໃນຂອບເຂດການສຶກສາ.
🎮 ການຮຽນຮູ້ດ້ວຍຮູບແບບການຫຼິ້ນເກມ ຍັງລວມເຖິງການຮັບຮູ້ ແລະ ການໃຫ້ລາງວັນຈາກຄູຜູ້ສອນ, ພໍ່ແມ່ ແລະ ນັກຮຽນຄົນອື່ນໆ. ສິ່ງນີ້ແມ່ນຕ້ອງໄດ້ໃຊ້ການປະຕິສໍາພັນຂອງມະນຸດ, ການສະເຫຼີມສະຫຼອງ, ການສົນທະນາ ແລະ ເຮົາຍັງສາມາດນຳເອົາຕາຕະລາງລາງວັນຂອງນັກຮຽນໃນຫ້ອງມາຕິດໄວ້ຢູ່ກໍາແພງໃນຫ້ອງຮຽນ ເພື່ອກະຕຸ້ນໃຫ້ນັກຮຽນຢາກສືບຕໍ່ເຮັດບົດຝຶກຫັດ ແລະ ສຳເລັດເປົ້າໝາຍການຮຽນຂອງພວກເຂົາເຊິ່ງ Eduten ກໍໄດ້ໃຊ້ວິທີດຽວກັນ.
30/06/2022
🎉 ພາບສ່ວນໜຶ່ງຈາກງານສຳມະນາໃນວັນທີ 28 ມິຖຸນາ ທີ່ຜ່ານມາ, ໃນຫົວຂໍ້ “ການຫັນປ່ຽນການສຶກສາຂອງບັນດາໂຮງຮຽນໃນປະເທດລາວເຂົ້າສູ່ລະບົບດິຈິຕອລ” ເຊິ່ງໄດ້ຮັບກຽດຈາກທ່ານ Keijo Norvanto ເອກອັກຄະລັດຖະທູດຟິນແລນ, ທ່ານ ນາງ ຄຳປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ມາເຂົ້າຮ່ວມໃນງານສຳມະນາອອນລາຍທາງໄກ ເພື່ອແລກປ່ຽນກ່ຽວກັບການຮຽນ-ການສອນແບບດິຈິຕອລ. ນອກຈາກນັ້ນ, ຍັງມີທ່ານ Henri Muurima ປະທານຂອງ Eduten Finland Math, ທ່ານ ນາງ Sonia Arora ຫົວໜ້າ PGT IT ແລະ ຜູ້ປະສານງານຂອງໂປຣແກຣມລະດັບສາກົນ ແລະ ທ່ານ ແກ້ວວິສຸກ ດາລາສານ ກົງສູນກິດຕິມະສັກຂອງຟິນແລນປະຈຳລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມກ່ຽວກັບການສຶກສາໃນລາວ ພ້ອມທັງມີການນຳສະເໜີແພັດຟອມການຮຽນ-ການສອນແບບດິຈິຕອລ “Eduten” ອີກດ້ວຍ.
👉🏻 ທ່ານໃດທີ່ມີຄວາມສົນໃຈຢາກທົດລອງໃຊ້ແພັດຟອມ Eduten ຟຣີ!
ສາມາດຕິດຕໍ່ໄດ້ທາງເພຈຂອງພວກເຮົາໄດ້ເລີຍ.
Eduten Finland Math - Laos
Click here to claim your Sponsored Listing.
Category
Contact the school
Telephone
Website
Address
Vientiane
01000
Opening Hours
| Monday | 08:00 - 17:00 |
| Tuesday | 08:00 - 17:00 |
| Wednesday | 08:00 - 17:00 |
| Thursday | 08:00 - 17:00 |
| Friday | 08:00 - 17:00 |