Learning for Development Association

Learning for Development Association

Share

Photos from Learning for Development Association's post 20/10/2025

ຝຶກອົບຮົມກ່ຽວກັບການຄຸ້ມຄອງສີ່ງເສດເຫຼືອ ແລະ ຂີ້ເຫຍື້ອໃຫ້ຄູອາຈານ ແລະ ຄພສບ ຈາກ 4 ໂຮງຮຽນເປົ້າໝາຍໃນວັນທີ 14-16 ຕຸລາ 2025 ເຊີ່ງມີຜູ້ເຂົ້າຮ່ວມ ຈຳນວນ 36 ທ່ານ, ໃນນັ້ນ ຍິງ 22 ທ່ານ. ເພື່ອໃຫ້ກຸ່ມເປົ້າໝາຍໄດ້ຮຽນຮູ້ວິທີກໍາຈັດຂີ້ເຫຍື້ອທີ່ຖືກຕ້ອງໂດຍການເນັ້ນປະຕິບັດຕົວຈິງໃນການແຍກ, ການນໍາໃຊ້ຊໍ້າ ການຣີໄຊເຄລ ແລະ ຝຸ່ນບົ່ມຕ່າງໆ, ບໍ່ຖື້ຂີ້ເຫຍື້ຊະຊາຍ, ຫຼຸດຜ່ອນປະລິມານຂີ້ເຫຍື້ອຢູ່ໃນບ້ານ ແລະ ໂຮງຮຽນເພື່ອຄວາມສະອາດງາມຕາ ແລະ ສຸຂະພາບທີດີ.
ສະໜັບສະໜູນໂດຍ: ອົງການສາກົນເພື່ອການອະນຸລັກທໍາມະຊາດ IUCN ປະຈໍາ ສປປ ລາວ

Photos from Learning for Development Association's post 15/10/2025

ໃນວັນທີ 04-05 ກັນຍາ 2025 ທີຜ່ານມາໄດ້ມີການຈັດຝຶກອົບຮົມກ່ຽວກັບສືສັງຄົມທາງອອນລາຍ ແລະ ເຕັກນິກຖ່າຍທໍາວິດີໂອການປ່ຽນແປງທີ ພົ້ນເດັ່ນທີ ສຸດ (social media and MSC VDO) ຢູ່ເມືອງໄຊ ແຂວງ ອຸດົມໄຊ ເພື່ອການປະເມີນຜົນ ແລະ ລາຍງານໃຫ້ແກ່ບັນດາຄູ່ຮ່ວມງານ ແລະ ຜູ້ໃຫ້ທືນ. ເຊິງມີຜູ້ເຂົ້າຮ່ວມທັງໝົດ 17 ທ່ານ ຍິງ 9 ທ່ານ
ສະໜັບສະໜູນໂດຍ: ອົງການສາກົນເພື່ອການອະນຸລັກທໍາມະຊາດ IUCN ປະຈໍາ ສປປ ລາວ

Photos from Learning for Development Association's post 05/06/2025

ສະມາຄົມສົ່ງເສີມການຮຽນຮູ້ເພື່ອການພັດທະນາLDA ພ້ອມທັງຜູ້ປະສານງານໂຄງການຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບລາຍງານ ແລະ ປິດໂຄງການຮ່ວມກັບບັນດາຄູ່ຮ່ວມງານຂອງໂຄງການເພື່ອນໍາສະເໜີຜົນໄດ້ຮັບໃນການປະຕິບັດກິດຈະກຳຕ່າງໆຂອງໂຄງການ ຜົນໄດ້ຮັບຂອງກິດຈະກຳຈາກ 4 ບ້ານເປົ້າໝາຍທີ່ຜ່ານມາ ໃນວັນທີ 30 ພຶດສະພາ 2025. ນອກນີ້ຍັງໄດ້ມີການມອບ-ຮັບໃບຍ້ອງຍໍໃຫ້ແກ່ຄອບຄົວດີເດັ່ນທີລ້ຽງກົບໄດ້ດີອີກດ້ວຍ. ໂຄງການນີ້ໄດ້ຮັບການສະໜັບສະໜູນໂດຍ “ແຜນງານກອງທືນຂະໜາດນ້ອຍ ຂອງສະຖານທູດອົດສະຕາລີ ປະຈຳ ສປປ ລາວ/ Small Grant Programme of Australian Embassy in Laos”

Photos from Learning for Development Association's post 05/06/2025

ລົງຕິດຕາມກິດຈະກຳການລ້ຽງກົບຂອງຊຸມຊົນກຸ່ມເປົ້າໝາຍຂອງໂຄງການຢູ່ໃນ4 ບ້ານເປົ້າໝາຍຂອງເມືອງປາກຊັນ. ເມື່ອວັນທີ່ 12-13 ພຶດສະພາ 2025 ທາງສະມາຄົມສົ່ງເສີມການຂຽນຮູ້ ເພື່ອການພັດທະນາ LDA ພ້ອມທັງຜູ້ປະສານງານໂຄງການຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກຊັນ ແຂວງບໍລິຄຳໄຊ
ຈຸດປະສົງ: ຕິດຕາມເບີ່ງຜົນຄວາມຄື້ນໜ້າຂອງການປະຕິບັດກິດຈະກຳລ້ຽງກົບໄດ້ມີຜົນປະໂຫຍດຄືແນວໃດຕໍ່ກັບກຸ່ມເປົ້າຫມາຍ, ມີບັນຫາ ແລະ ສີ່ງທ້າທາຍຫຍັງແດ່ເພື່ອມາຖອດຖອນບົດຮຽນ ແລະ ລາຍງານສະພາບຂອງການລ້ຽງທີຜ່ານມາ.
ໂຄງການນີ້ໄດ້ຮັບການສະໜັບສະໜູນໂດຍ “ແຜນງານກອງທືນຂະໜາດນ້ອຍ ຂອງສະຖານທູດອົດສະຕາລີ ປະຈຳ ສປປ ລາວ/ Small Grant Programme of Australian Embassy in Laos”

Photos from Learning for Development Association's post 07/04/2025

ສະມາຄົມສົ່ງເສີມການຮຽນຮູ້ເພື່ອການພັດທະນາLDA ພ້ອມດວ້ຍສະມາຄົມຄົນພິການແຂວງອຸດົມໄຊ LDPA_ODX ໄດ້ຈັດກອງປະຊຸມສະຫຼຸບລາຍງານ ແລະ ປິດໂຄງການຮ່ວມກັບບັນດາຄູ່ຮ່ວມງານຂອງໂຄງການເພື່ອນໍາສະເໜີຜົນໄດ້ຮັບໃນການປະຕິບັດກິດຈະກຳຕ່າງໆຂອງໂຄງ ຜົນໄດ້ຮັບຂອງກິດຈະກຳຈາກ 5 ໂຮງຮຽນເປົ້າໝາຍທີ່ຜ່ານມາ ໃນວັນທີ 27 ມີນາ 2025 ມີຜູ້ເຂົ້າຮ່ວມທັງໝົດ 36 ທ່ານ ຍິງ 19 ທ່ານ
ສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGAA Programme – Phase II) ໂດຍຜ່ານອົງການ Cord, ປະຕິບັດໂດຍ:ສະມາຄົມ ສົ່ງເສີມການຮຽນຮູ້ເພື່ອການພັດທະນາ (LDA) ແລະ ສະມາຄົມຄົນພິການ ສາຂາ ແຂວງ ອຸດົມໄຊ

Want your school to be the top-listed School/college in Vientiane Capital?
Click here to claim your Sponsored Listing.

Telephone

Address

Phonphanao Village, Xaysettha District
Vientiane Capital